ເຫດປຸ້ນຈີ້ຊີງຊັບຢູ່ບ້ານດົງນາໂຊກ ຈັບໄດ້ແລ້ວ 10 ເປົ້າຫມາຍ ຫລື 10 ຄົນ

ທ່ານພົນຕີ ຄຳ​ກິ່ງ​ ຜຸຍຫລ້າ​ມະນີວົງ ລາຍງານຕໍ່ສະພາແຫ່ງຊາດ​ໃນວັນທີ​ 22​ ມິຖຸນາ​ 2022​ ຜ່ານມານີ້ວ່າ: ເຫດປຸ້ນຈີ້ຊີງຊັບຢູ່ບ້ານດົງນາໂຊກ ເມືອງສີໂຄະຕະບອງ ວັນທີ​ 17 ພຶດສະພາ 2022

ຜ່ານມາ​ໄດ້ສືບພົບວ່າມີ13 ເປົ້າໝາຍ​ມາຮອດປັດຈຸບັນສາມາດຈັບຕົວ​ໄດ້​ແລ້ວ​ 10 ເປົ້າໝາຍ​ ຍັງສືບຕໍ່ຈັບຕື່ມ​ 3 ເປົ້າໝາຍ.

#ວີດີໂອລາວພັດທະນາ​ #ຄະດີປຸ້ນຈີ້ຊີງຊັບ#ບ້ານດົງນາໂຊກ

ຊົມຄລີບ

ຂ່າວກ່ອນຫນ້ານີ້: 🔥🔥ເຫດດ່ວນ ໃຫ້ທຸກຄົນລະມັດລະວັງ ມີກຸ່ມໂຈນຈຳນວນ 5 ຄົນໃຊ້ອາວຸດປືນ ໄດ້ບຸກປຸ່ນຈີ່ເຮືອນປະຊາຊົນ

ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 27 ປີ, ຢຸ່ເຮືອນຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊຫບສິນມີຄ່າຫລົບຫນີ.

ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຮັບລົດ ໂຕໂຍຕ້າ ແລນກຸຍເຊິ້ ກັບກິນເບຍ ກັບຫມູ່ ແລະ ກໍເລາະກິນຫລາຍຮ້ານ,ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ.

ພໍຮອດທ່ຽງຄືນ ຜູ້ຍິງ ຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ຫລັກລໍຢູ່ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືນ

ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຈາກນັ້ນຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນ ໃນການກໍ່ເຫດ.

ສ່ວນຍິງສາວຄົນຖຶດຈີ້ ແມ່ນປອດໄພບໍ່ໄດ້ຖືກທຳຮ້າຍຢ່າງໃດ.ລາຍດານຄວາມເສຍຫາຍ

ຊົມຄລີບ1

Leave a Reply

Your email address will not be published. Required fields are marked *

Back to top button