ທາງ​ການ​ຢູ​ເຄຣນ​ຍອມ​ຮັບວ່າ ຣັດເຊຍ ຢືດເມືອງເຊ​ເວ​ໂຣ​ໂດ​ເນ​​ສ​ ​​ໄດ້​ໂດຍ​ສົມບູນ​ແລ້ວ

ທາງ​ການ​ຢູ​ເຄຣນ​ຍອມ​ຮັບວ່າຣັດ​ເຊຍ​ຢຶດ​ເມືອງ​ເຊ​ເວ​ໂຣ​ໂດ​ເນ​ຕ​ສ​ກ​໌​ ໄດ້​ໂດຍ​ສົມບູນ​ແລ້ວ ຫຼັງ​ຕໍ່ສູ້​ມາ​ດົນ​ຫຼາຍ​ເດືອນ ຂະນະ​ທີ່​ເມືອງ​ອື່ນ​ໆ ໃນ​ພາກ​ຕະເວັນ​ອອກ​ກຳ​ລັງ​ຖືກ​ກົດ​ດັນ​ຢ່າງ​ໜັກ

ສຳ​ນັກ​ຂ່າວ ຊີ​ເອັນ​ເອັນ ລາຍ​ງານ​ວ່າ ນາຍ​ໂອ​ເລກ​ຊານ​ເດ​ອ​ຣ​໌ ສະຕີ​ອຸກ ຫົວ​ໜ້າ​ຝ່າຍ​ກິດຈະການ​ກອງທັບ​ຂອງ​ເມືອງ​ເຊ​ເວ​ໂຣ​ໂດ​ເນ​ຕ​ສ​ກ​໌ (Severodonetsk) ຢືນຢັນ​ໃນ​ມື້​ເສົາ​ຣ​໌​ທີ່ 25 ມິຖຸນາ. 2565 ວ່າ

ເມືອງ​ຍຸດທະສາດ​ທາງ​ຕະເວັນ​ອອກ​ຂອງ​ຢູ​ເຄຣນ​ແຫ່ງ​ນີ້ ຕົກ​ຢູ່ໃນ​ການ​ຄວບ​ຄຸມ​ຂອງ​ກອງທັບ​ຣັດ​ເຊຍ​ໂດຍ​ສົມບູນ​ແລ້ວ ຫຼັງ​ຈາກ​ຕໍ່ສູ້​ຢ່າງ​ດຸ​ເດືອດ​ມາ​ດົນ​ຫຼາຍ​ເດືອນ

ການ​ເປີດ​ເຜຍ​ຂອງ​ນາຍ​ສະຕີ​ອຸກ​ເກີດ​ຂຶ້ນ​ຫຼັງ​ຈາກ​ເມື່ອ​ມື້​ສຸກ​ກອງທັບ​ທ້ອງ​ຖິ່ນ​ຂອງ​ຢູ​ເຄຣນ​ອອກ​ມາ​ເປີດ​ເຜຍ​ວ່າ ໄດ້​ສັ່ງ​ການ​ໃຫ້​ກອງ​ກຳ​ລັງ​ກລຸ່ມ​ສຸດ​ທ້າຍ​ໃນ​ເມືອງ​ເຊ​ເວ​ໂຣ​ໂດ​ເນ​ດສ໌ ອອກ​ຈາກ​ເມືອງ​ແລ້ວ

ເນື່ອງ​ຈາກ​ເປັນ​ໄປ​ບໍ່​ໄດ້​ທີ່​ປົກ​ປ້ອງ​ທີ່​ມັ່ນ​ຂອງ​ພວກ​ທ່ານ​ຕໍ່ໄປ​ໄດ້ ແລະ​ເຮັດໃຫ້​ເມືອງ​ແຫ່ງ​ນີ້ຕົກ​ຢູ່ໃນ​ມື​ຂອງ​ຣັດ​ເຊຍ ຊຶ່ງ​ໝາຍ​ຄວາມ​ວ່າ​ຕອນ​ນີ້​ແຄວນ​ລູ​ຮານ​​໌​ຖືກ​ຣັດ​ເຊຍ​ຄວບ​ຄຸມ​ໄດ້​ເກືອບ​ທັງ​ໝົດ​ແລ້ວ

ທັງ​ນີ້ ເມືອງ​ເຊ​ເວ​ໂຣ​ໂດ​ເນ​ສ​ກ​໌​ເຄີຍ​ເປັນ​ໜຶ່ງ​ໃນ​ຖານ​ທີ່​ມັ່ນ​ສຸດ​ທ້າຍ​ບໍ່​ຈັກ​ແຫ່ງ​ທີ່​ກອງທັບ​ຢູ​ເຄຣນ​ເຫຼືອ​ໃນ​ແຄວ້ນ​ລູ​ຮານ​ສ​ກ​໌ ໂດຍ​ນາຍ​ເຊ​ອ​ຣ​໌​ຮີ ໄຮ​ໄດ ຜູ້​ວ່າ​ແລະ​ຜູ້​ບັນ​ຊາ​ການ​ກອງທັບ​ແຄວ້ນ​ໂດ​ເນ​ຕົດ​ກົກ​ລ່າວ​ວ່າ

ກອງທັບ​ຕັດ​ສິນ​ໃຈ​ອົບ​ຢົບ​ເພາະ​ຈຳນວນ​ຜູ້​ເສັຍຊີວິດ​ໃນ​ດິນແດນການ​ປ້ອງ​ກັນ​ອາດ​ເພີ່ມ​ສູງ​ຂຶ້ນ​ທຸກ​ມື້

ອີກ​ດ້ານ​ໜຶ່ງ ທີ່​ເມືອງ​ລິ​ຊິ​ຄານ​ສ​ກ​໌ (Lysychansk) ເມືອງ​ຄູ່​ແຝດ​ຂອງ​ເມືອງ​ເຊ​ເວ​ໂຣ​ໂດ​ເນ​ຕ​ສ​ກ​໌​ ຊຶ່ງ​ຕັ້ງ​ຢູ່​ອີກ​ຟາກ​ຂອງ​ແມ່ນ້ຳ ກຳ​ລັງ​ຜະເຊີນ​ແຮງ​ກົດ​ດັນ​ທີ່​ເພີ່ມ​ຂຶ້ນ​ຈາກ​ກອງທັບ​ຣັດ​ເຊຍ

ຊຶ່ງ​ຢຶດ​ພື້ນ​ທີ່​ທາງ​ໃຕ້​ຂອງ​ເມືອງ​ໄປ​ແລ້ວ ແລະ​ຂະນະ​ນີ້​ກຳ​ລັງ​ປິດ​ລ້ອມ​ເມືອງ​ເອົາ​ໄວ້ ພ້ອມ​ທາງ​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ

ກອງທັບ​ຢູ​ເຄຣນ​ເປີດ​ເຜຍ​ໃນ​ມື້ວັນ​ເສົາ​໌​ວ່າ ຣັດ​ເຊຍ​ຢັງ​ຄົງ​ພະຍາຍາມ​ຕັດ​ຂາດ​ທາງ​ຫຼວງ​ຈາກ​ເມືອງ​ບັກ​ຫ​໌​ມຸດ (Bakhmut) ໄປ​ຢັງ​ເມືອງ​ລິ​ຊິ​ຄານ​ສ​ກ​໌ ຂະນະ​ທີ່​ທະຫານ​ຂອງ​ພວກ​ທ່ານ​ຢຸດ​ຢັ່ງ​ການ​ຣຸກ​ຄືບ​ຂອງ​ທະຫານ​ລາບ​ຣັດ​ເຊຍ​ໃກ້​ເມືອງ​ໂວ​ໂລ​ດີ​ມີ​ຣິ​ຟ​ກາ

ຊຶ່ງ​ຫ່າງ​ຈາກ​ທາງ​ຫຼວງ​ດັ່ງ​ກລ່າວ 5 ກມ ໄດ້. ຢ່າງໃດ​ກໍ​ຕາມ ກອງທັບ​ຢູ​ເຄຣນ​ຍອມ​ຮັບ​ວ່າ ທະຫານ​ຣັດ​ເຊຍ​ຣຸກ​ຄືບ​ເຂົ້າ​ໃກ້​ເມືອງ​ບັກ​ຫ​ມຸດ​ໄດ້​ອີກ 1 ກມແລ້ວ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button