ຄູອາສາ 8 ປີ ຍັງບໍ່ໄດ້ໂກຕ່າ ແຕ່ຍັງອົດໃຈສູ້ຕໍ່

#ຝາກເຖິງພາກສ່ວນທີ່ກ່ຽວຂ້ອງຊ່ວຍແກ້ໄຂໃຫ້ແນ່ ຮວມທັ້ງຜູ້ໃຈບຸນໃຈກຸສົນທີ່ກຳລັງແຫ່ກັນໄປຊ່ວຍຄູອາສາ500.000ກີບທີ່ລາອອກໄປແລ້ວຫັ້ນ ແອດມິນຄິດວ່າຄູຜູ້ນັ້ນກະໄດ້ຮັບຄວາມຊ່ວຍເຫຼືອໄປຫຼາຍລະເດ້

ເຮົາຄິດໃໝ່ກັນດີບໍ່?..ວ່າດີກວ່າບໍ່ຖ້າເຮົາຊິໃຫ້ຄວາມສຳຄັນກັບຄູອາສາຜູ້ທີ່ຍັງເຮັດວຽກຢູ່ໃຫ້ຫຼາຍກວ່າຄຸອາສາທີ່ລາອອກໄປແລ້ວ..ຜູ້ທີ່ລາອອກໄປແລ້ວເຂົາໄດ້ໄປເຮັດວຽກຫາເງີນຕາມອາຊີບເຂົາໄດ້ລະເດ້..

ແຕ່ຄູອາສາທີ່ຍັງເຮັດວຽກເປັນຄູຢູ່ເພີ່ນຍັງບໍ່ໄດ້ຮັບເງີນເດືອນຫຼືຄວາມຊ່ງຍເຫຼືອຫຍັງເລີຍເດີ້..ແຫ່ມາຊ່ວຍຄູທີ່ຍັງອົດທົນສອນລູກຫລານເຮົາດີກ່ອນບໍ່?

ຢ່າງເຊັ່ນຄູອາສາຜູ້ນີ້ທີ່ສອນມາໄດ້8ປີແລ້ວ!ຕ້ອງເດີນທາງໄປສອນໃນເຂດຫ່າງໄກ,ມີຄວາມຫຍຸ້ງຍາກໃນການທຽວໄປສອນ,ໂຮງຮຽນຍັງບໍ່ມີສິ່ງເອື້ອອຳນວຍ…,

ຕ້ອງໄດ້ເຮັດຫຼາຍຢ່າງດ້ວຍຕົວເອງ,ບໍ່ມີໄຟຟ້າ,ການແຕ່ງບົດສອນຕ້ອງອາໄສຕະກຽງມົງຊົງ ແລະສຸດທ້າຍກະຄືຫຼັງຈາກເສັງລັດຖະກອນປີນີ້ ຜົນອອກມາປະກົດວ່າບໍ່ຊົງຊິໄດ້..ພາກສ່ວນກ່ຽວຂ້ອງຫຼືຜູ້ມີໃຈກຸສົນໄປຊ່ວຍເຫຼືອຄູຜູ້ນີ້ແດ່

,,

,,

,,

,,

,,

,,

..

Leave a Reply

Your email address will not be published. Required fields are marked *

Back to top button