ລັດວິສາຫະກິດທີ່ລັດຖືຮຸ້ນ 100% ສ່ວນໃຫຍ່ມີແຕ່ສ້າງພາລະໃຫ້ລັດຖະບານ

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນານີ້ ວ່າ: ໄລຍະຜ່ານມາ ການດໍາເນີນທຸລະກິດຂອງລັດວິສາຫະກິດທີ່ລັດຖືຮຸ້ນ 100% ສ່ວນໃຫຍ່ມີແຕ່ຂາດທຶນ ແລະ ສ້າງພາລະໃຫ້ແກ່ລັດຖະບານ.

ທ່ານໃຫ້ຮູ້ວ່າ: ປັດຈຸບັນ ລັດຖະບານ ພວມຢູ່ໃນຂະບວນການປະຕິຮູບລັດວິສາຫະກິດ ເຊີ່ງເກີດຈາກຫລາຍສາເຫດ ແຕ່ທັງໝົດແມ່ ສາເຫດພາຍໃນທີ່ສັງລວມອອກເປັນ 2 ສາເຫດໃຫຍ່ ຄື:

ການບໍລິຫານງານຂອງເບື້ອງລັດ ແລະ ຜູ້ເຮັດຢູ່ລັດວິສາຫະກິດສວຍໂອກາດສໍ້ໂກງຫາຜົນປະໂຫຍດສ່ວນຕົວ, ເນື່ອງຈາກຜ່ານການລາຍງານຂອງບັນດາບໍລິສັດລັດວິສາຫະກິດ ໃນແຕ່ລະປີແມ່ນມີໜ້ອຍທີ່ມີຜົນກໍາໄລ ເຫລືອນັ້ນແມ່ນຂາດທຶນ.

ປົກກະຕິແລ້ວລັດຖະບານ ຕ້ອງອາໃສລັດວິສາຫະກິດອູ້ມຊູຍູ້ໜູນ, ແຕ່ກົງກັນຂ້າມບັນດາລັດວິສາຫະກິດຢູ່ລາວມີແຕ່ເປັນຕົວຈ່ອງດຶງ ຫລື ສ້າງໜີ້ໃຫ້ ລັດ ຖະບານໄປແກ້ໄຂຢ່າງຫລວງຫລາຍ. ຍົກຕົວຢ່າງ ການສ້າງຕັ້ງຄັງແຮເຂົ້າແຕ່ໃນຕົວຈິງບໍ່ເຫັນຮອດເຂົ້າ. ນອກຈາກນີ້ ໃນການນໍາເຂົ້ານໍ້າມັນເຊື້ອໄຟ

ຕາມການລາຍງານພາຍໃນປະເທດ ແມ່ນ 1.200 ລ້ານລິດ/ປີ, ແຕ່ຜ່ານການໄປເອົາຂໍ້ມູນຕົວຈິງຈາກ ຫວຽດນາມ ແລະ ໄທ ທີ່ລາວນໍາເຂົ້ານໍ້າມັນນໍາ, ລວມກັນແລ້ວ ແມ່ນ 1.900 ລ້ານລິດ/ປີ, ເຊີ່ງໝາຍຄວາມວ່າເຈົ້າໜ້າທີ່ກ່ຽວຂ້ອງຂອງລັດຮ່ວມກັບບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟສວຍໂອກາດຫາຜົນປະໂຫຍດໃສ່ຕົວເອງ.

ທ່ານນາຍົກລັດຖະມົນຕີກ່າວຕື່ມວ່າ: ລັດຖະບານຍອມຮັບວ່າສິ່ງທີ່ເກີດຂຶ້ນແມ່ນຍ້ອນການບໍລິຫານຂອງລັດຖະບານ ແລະ ຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ, ແຕ່ເມື່ອມາເບິ່ງບົດຮຽນໃນໄລຍະຜ່ານມາ, ຖ້າບໍລິສັດໃດເປັນບໍລິສັດລັດວິສາຫະກິດ 100% ແມ່ນຍາກທີ່ສຸດທີ່ການດໍາເນີນທຸລະກິດຈະມີກໍາໄລ

ຍ້ອນມີການເກື້ອກູນຫລາຍຈົນເກີນໄປ, ບໍລິສັດໃດທີ່ພໍມີລາຍຮັບ ແມ່ນມີບັນຍາຈູ້ມເຈື້ອເຊື້ອສາຍ ຫລື ເອົາແຕ່ຍາດພີ່ນ້ອງຕົນເອງເຂົ້າເຮັດວຽກ. ນອກຈາກນີ້ ຍັງມີປະກົດການສ້າງໂຄງການບໍ່ມີຕົວຕົນຂຶ້ນມາເພື່ອເອົາເງິນອອກມາໃຊ້, ທັ້ງນີ້ກໍ່ຍ້ອນລັດຖະບານປ່ອຍປະລະເລີຍມາແຕ່ດົນນານ.

ດັ່ງນັ້ນ, ເມື່ອມາບົດຮຽນຕົງຈິງແລ້ວ ຖ້າບໍລິສັດໃດທີ່ມີການຮ່ວມທຶນລະຫວ່າງ ພາກລັດ ແລະ ພາກເອກະຊົນ ເຫັນວ່າການດໍາເນີນທຸລະກິດມີຜົນກໍາໄລ ເພາະເຈົ້າໜ້າທີ່ລັດເຮັດຕາມລໍາພັງໃຈບໍ່ໄດ້ນັັບແຕ່ຂັ້ນຕອນຮັບພະນັກງານເຂົ້າເຮັດວຽກເປັນຕົ້ນໄປ, ເຊີ່ງກົງກັນຂ້າມກັບລັດວິສາຫະກິດທີ່ລັດຖືຮຸ້ນ 100%

ແຕ່ລະປີມີແຕ່ຂາດທຶນ ແຕ່ພະນັກງານພາຍໃນລັດວິສາຫະກິດພັດມີເງິນເດືອນທີ 13 ແລະ ເງິນນະໂຍບາຍອື່ນໆ ທີ່ສູງ, ສ່ວນຜູ້ໃຊ້ໜີ້ແມ່ນລັດຖະບານ ເຮັດໃຫ້ຕ້ອງໄດ້ຮີບຮ້ອນປະຕິຮູບຄືນໃໝ່ ໂດຍຈັດຕັ້ງປະຕິບັດໄປພ້ອມພ້ອມໆ ກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ.

ອີງຕາມບົດລາຍງານຂອງ ກະຊວງການເງິນທີ່ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ຮູ້ວ່າ: ຫົວໜ່ວຍລັດວິສາຫະກິດໃນລາວ ມີທັງໝົດ 178 ຫົວໜ່ວຍ, ເທົ່າກັບ 0,12% ຂອງຈໍານວນຫົວໜ່ວຍວິສາຫະກິດທັງໝົດ 148.824 ຫົວໜ່ວຍທີ່ໄດ້ຂຶ້ນທະບຽນໃນຂອບເຂດທົ່ວປະເທດ.

ໃນປີ 2020 ກະຊວງການເງິນ ໄດ້ດໍາເນີນການປະເມີນຜົນຂີດຄວາມສາມາດທາງການເງິນດ້ວຍຕົວຊີ້ວັດ (KPI) ລວມ 3 ປີ ແຕ່ ປີ (2016-2018) ຂອງຈໍານວນ 41 ຫົວໜ່ວຍ, ໃນນີ້ແບ່ງເປັນ 3 ປະເພດ ຄື:

1). ລັດວິສາຫະກິດລັດຖືຮຸ້ນ 100% ຈໍານວນ 29 ຫົວໜ່ວຍ, ຜ່ານການຕີລາຄາເຫັນວ່າເປັນທຸລະກິດທີ່ມີຄວາມອ່ອນແອ ແລະ ມີຄວາມສ່ຽງໃນຕໍ່ໜ້າ.

2). ລັດວິສາຫະກິດປະສົມທີ່ລັດຖືຮຸ້ນ 50%-100% ຈໍານວນ 5 ຫົວໜ່ວຍ, ຜ່ານການຕີລາຄາເຫັນວ່າເປັນທຸລະກິດທີ່ມີປະສິດທິຜົນສູງສົມຄວນ.

3). ບໍລິສັດປະສົມທີ່ລັດຖືຮຸ້ນ 49% ລົງມາ ຈໍານວນ 7 ຫົວໜ່ວຍ, ຜ່ານການຕີລາຄາເຫັນວ່າເປັນທຸລະກິດທີ່ມີປະສິດທິດີ ແຕ່ລາຍຈ່າຍຂອງລັດວິສາຫະກິດຍັງຕ້ອງໄດ້ພິຈາລະນາ ແລະ ທົບທວນຄືນເພື່ອຮັບປະກັນປະສິດທິຜົນໃນໄລຍະຍາວ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button