ທູດ ສປປ ລາວ ປະຈຳຣັດເຊຍ ຫາລືກັບຕາງໜ້າບໍລິສັດນ້ຳມັນ ໃນການສົ່ງນ້ຳມັນໃຫ້ແກ່ ສປປ ລາວ

ລະຫວ່າງວັນທີ 15-18 ມິຖຸນາ 2022 ຜ່ານມານີ້, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ປ ລາວ ປະຈຳ ສະຫະພັນຣັດເຊຍ

ພ້ອມດ້ວຍຄະນະ ໄດ້ເດີນທາງຮ່ວມກອງປະຊຸມເສດຖະກິດສາກົນທີ່ນະຄອນເຊັນປີເຕີສະເບີກ ສ ຣັດເຊຍ ຄັ້ງທີ 25 (25th Edition of SPIEF to Take Place in 2022)ເຊິ່ງກອງປະຊຸມດັ່ງກ່າວນີ້ຈັດຂຶ້ນທຸກໆປີ ແລະ ມີບັນດາທູດປະປະເທດ ອາຊຽນ, ອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ ລວມທັງຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ທີ່ມີສຳນັກງານຕັ້ງຢູ່ສະຫະພັນຣັດເຊຍ ເຂົ້ຮ່ວມ 135 ປະເທດ.

ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ໂອກາດໃໝ່ໃນໂລກໃໝ່” ແລະ ກວມເອົາ 5 ບັນຫາຕົ້ນຕໍຄື ການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SME Forum),

ການສົ່ງເສີມທຸລະກິດໃໝ່ (Creative Business Forum) ແລະ ສັບປະດາແຫ່ງກິລາ (Sport team) ເຊິ່ງມີຫຼາຍກວ່າ 50 ຂໍ້ຍ່ອຍ. ສັບລັບທູດ ສປປ ລາວ ໄດ້ເລືອກເອົາຫົວຂໍ້ສຳຄັນ ເຊິ່ງໄດ້ລົງເລິກການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນເພື່ອພັດທະນະ ແລະ ຫົວຂໍ້ອື່ນໆ.

ມື້ສຸດທ້າຍກອງປະຊຸມ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ເຂົ້າຮ່ວມກອງປະຊຸມປະຖົມມະເລີກໂດຍການເປັນປະທານຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງສະຫະພັນຣັດເຊຍ ແລະ ມີປະທານາທິບໍດີແຫ່ງ ສາທາລະນະລັດກາຊັກສະຖານ ເຂົ້າຮ່ວມດ້ວຍ.

ໂອກາດເຂົ້າຮ່ວມນີ້, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣັດເຊຍ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບຄະນະກຳມາທິການຕ່າງປະເທດ ນະຄອນເຊັນປີເຕີສິເບີກ ເພື່ອສືບຕໍ່ປຶກສາຫາລື ແລະ

ເສີມຂະຫຍາຍພົວພັນຮ່ວມມືໃຫ້ປະກົດຜົນເປັນຈິງ, ຂະນະດຽວກັນກໍໄດ້ພົບປະກັບບໍລິສັດຈຳນວນໜຶ່ງ ເພື່ອເສີມຂະຫຍາຍການພົວພັນເສດຖະກິດ-ການຄ້າລະຫວ່າງປະເທດລາວ ແລະ

ຣັດເຊຍ ເປັນຕົ້ນແມ່ນພົບກັບຜູ້ຕາງໜ້າບໍລິສັດນ້ຳມັນ (Gasprom Neft) ເພື່ອປຶກສາຫາລືຄວາມເປັນໄປໄດ້ໃນການສົ່ງນ້ຳມັນໃຫ້ແກ່ ສປປ ລາວ.

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

Back to top button