ຈັບປະຊາຊົນ ລັກຫາປາວັງສະຫງວນ.

ໃນວັນທີ 22 ມີຖຸນາ 2022ນິ້, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນ-ຫຼວງພະບາງ ໄດ້ສົມທົມກັບພາກສ່ວນກ່ຽວຂ້ອງກວດພົບການລັກລອບຫາປາຢູ່ເຂດວັງສະຫງວນ.

ການລົງກວດກາໃນຄັ້ງນິ້ ໄດ້ພົບພົນລະເມືອງທີ່ບໍ່ຫວັງດີລັກລອບມາປາໃນເຂດສະຫງວນປາກນໍ້າຄານ ຫາ ຫາງແກ້ງຍອງ ໃນນີ້ກວດພົບມອງ 14 ດາງ, ເບັດ 100 ຄັນ, ຜຽກ 6 ເສັ້ນ, ໄຊ 2 ລັງ, ຕຸ້ມ 2 ໜ່ວຍ, ຊຶ່ງໄດ້ຍືດເຄື່ອງມືທີ່ຫາປາຜົບເຫັນດັ່ງກ່າວທັງໝົດ 124 ອັນ ແລະ

ຈັບປະຊາຊົນລັກລອບຫາປາໃນຄັ້ງນີ້ ໄດ້ 1 ຄົນ ແລະ ໄດ້ກັກຕົວນຳສົ່ງໃຫ້ ປກສ ກຸ່ມວິຊຸນເພື່ອດໍາເນີນຄະດີ ສຶບສວນສອບສວນ ຕາມລະບຽບກົດໝາຍ, ໃນຂໍ້ຫ້າມລະເມີດເຂດສະຫງວນ.

ສໍາລັບອຸປະກອນຫາປານັ້ນ ໄດ້ຍືດມາໄດ້ທໍາລາຍຖີ້ມໝົດວັນດຽວກັນນັ້ນແລ້ວ.

,,

,,

ຂ່າວ: ຄຳຫຼ້າ ລັດສະໝີ.

Leave a Reply

Your email address will not be published. Required fields are marked *

Back to top button