ປ່ຽນ 2 ການນຳ ຄວາມຫວັງໃໝ່ ແກ້ບັນຫານໍ້າມັນ ແລະ ອັດຕາແລກປ່ຽນ

ປ່ຽນ 2 ການນຳ ຄວາມຫວັງໃໝ່ ແກ້ບັນຫານໍ້າມັນ ແລະ ອັດຕາແລກປ່ຽນ!

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ

ອີງຕາມຂໍ້ຕົກລົງສະບັບເລກທີ 36/ນຍ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຊີ້ນໍາ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ.

ສິດ ແລະ ໜ້າທີ່:

1. ວາງມາດຕະການຮັບປະກັນການນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈໍາເປັນ ໃຫ້ເປັນປົກກະຕິ ແລະ ຮັບປະກັນການກໍານົດລາຄາ ໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານໍ້າມັນເຊື້ອໄຟຢູ່ຕະຫລາດໂລກ ແລະ ສະພາບຄວາມເປັນຈິງຂອງປະເທດເຮົາ.

2. ວາງມາດຕະການຕ່າງໆ ເພື່ອຄວບຄຸມລາຄາສິນຄ້າ, ການກໍານົດສິນຄ້າຍຸດທະສາດ ເພື່ອໃຫ້ລາຄາສິນຄ້າໃນທ້ອງຕະ ຫລາດຢູ່ໃນເກນປົກກະຕິ ແລະ ວາງມາດຕະການຕ່າງໆນໍາໃຊ້ຕົວຈິງ ເພື່ອແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ ທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບຢ່າງທັນການ.

3. ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງ ໃນການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາແລກປ່ຽນ, ແກ້ໄຂບັນດາຮ້ານແລກປ່ຽນ, ການນໍາໃຊ້ເງິນຕາໃນທ້ອງຕະຫລາດໃຫ້ມີຄວາມສະຫງົບ ແລະ ມີສະຖຽນລະພາບ.

4. ຕິດຕາມກວດກາ ແລະ ປະຕິບັດມາດຕະການເຂັ້ມງວດ ຕໍ່ຜູ້ລະເມີດກົດໝາຍ, ຜູ້ສ້າງຄວາມປັ່ນປ່ວນ ແລະ ສ້າງບັນຫາເສຍຫາຍໃຫ້ແກ່ເສດຖະກິດ-ການເງິນຂອງຊາດ.

Leave a Reply

Your email address will not be published. Required fields are marked *

Back to top button