ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ມອບລົດຮຸນໄດຄືນເຈົ້າຂອງເດີມ

ໃນວັນທີ 17 ມີຖຸນາ 2022 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມອບລົດຮຸນໄດຄືນເຈົ້າຂອງເດີມ

ເຊິ່ງລົດຄັນດັ່ງກ່າວແມ່ນລົດຂອງທ່ານ ອາຊ່ອງ ອາຍຸ 55 ປີ ອາຊີບຄ້າຂາຍ ພັກເຊົາຢູ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ ທີ່ຄົນບໍ່ດີ ລັກໄປໃນວັນທີ່ 28 ມີນາ 2022 ຜ່ານມາ.

ສະນັ້ນມາໃນວັນທີ 17 ພຶດສະພາ 2022 ເຈົ້າໜ້າທີ່ພະແນກຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີລົດກະບະຮຸຍໃດ ສີຂາວ ລຸ້ນ H 100 ຈໍານວນ 1 ຄັນ ບໍ່ຮູ້ວ່າແມ່ນລົດຂອງໃຜ

ໄດ້ຂີ່ເຂົ້າໄປທາງຄອງເໜືອງ ຂອບເຂດ ບ້ານໂພນງາມເໜືອ ເມືອງໂພນໂຮງ ແລ້ວໄດ້ໄປຄາຕົມຢູ່ແຄມທົ່ງນາຢູ່ຂອບເຂດບ້ານດັ່ງກ່າວ ແລະ ສົງໃສ່ວ່າລົດຄັນດັ່ງກ່າວແມ່ນຈະມາເຄື່ອນໄຫວກໍ່ເຫດລັກຊັບ ແລ້ວຈຶ່ງແຈ້ງເຈົ້າໜ້າທີ່ລົງກວດກາ ຜ່ານການລົງກວດກາລົດຄັນດັ່ງກ່າວແມ່ນບໍມີເອກະສານ ບໍ່ມີຄົນຂັບຂີ່

ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ເອົາລົດຄັນດັ່ງກ່າວມາຮັກສາໄວ້ຢູ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພງໂຮງ ເພື່ອກວດກາຄືນຄວາມຖືກຕ້ອງ ທາງເຈົ້າໜ້າທີ່ພວກເຮົາກໍ່ໄດ້ກວດກາເລກຈັກ, ເລກຖັງ ປະຫວັດຂຶ້ນທະບຽນແມ່ນຖືກຕ້ອງ

ເຊິ່ງອອກຊື່ ນາງ ນົງ ພົມມະຈັນ ອາຊີບ ຄ້າຂາຍ ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ ເຊີ່ງເປັນນ້ອງໄພ້ຂອງ ທ້າວ ອາຊ່ອງ ທີ່ນຳໃຊ້ເພື່ອສົ່ງເຄື່ອງ

ສະນັ້ນມາໃນວັນທີ 17 ມີຖຸນາ 2022 ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ຈຶ່ງໄດ້ນຳເອົາລົດຮຸນໄດຄັນດັ່ງກ່າວມາມອບຄືນໃຫ້ເຈົ້າຂອງເດີມ

ຕາງໜ້າມອບລົດຈັກດັ່ງກ່າວໂດຍແມ່ນ ທ່ານ ພັທ ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ຕາງໜ້າຮັບໂດຍແມ່ນ ທ່ານ ອາຊ່ອງ ອາຊີບຄ້າຂາຍ ພັກເຊົາຢູ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ

ໂອກາດດຽວກັນນີ້ເຈົ້າຂອງຊັບກໍ່ໄດ້ສະແດງຄວາມຂອບອົກຂອບໃຈມາຍັງເຈົ້າໜ້າທີ່ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ແລະ ທ່ານ ພັທ ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ

ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິ່ງຂອງທີ່ມີຄ່າໄວ້ໃຫ້ດີເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງທ່ານພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່.

#ຂ່າວ ປກສ ແຂວງວຽງຈັນ: ຈັນດາລາ

Leave a Reply

Your email address will not be published. Required fields are marked *

Back to top button