ຮູ້ຕົວແລ້ວ!.. ຄົນທີ່ ຫລອກຊື້ຄຳ 20 ບາດແລ້ວເອົາຄຳ ແລ່ນຫນີ

ຕາມການເກັບກຳຂໍ້ມູນຂອງຈົ້າຫນ້າທີ່ ຫລັງ ມີຄົນບໍ່ດີ ມາຫລອກຊື້ ຄຳ ຈຳນວນ 20 ບາດ ຈ່າຍດ້ວຍ ເງີນເຊັກ ຜ່ານທະນາຄານໄທ ແຕ່ ພໍໄດ້ຄຳແລ້ວແລ່ນຫນີ ໂດຍການຍົກເລີກການຈ່າຍເງີນໃບເຊັກ ເຈົ້າຮ້າຍຈື່ງບໍ່ໄດ້ຮັບເງີນ ,

ທັງເຈົ້າຫນ້າທີ່ໄດ້ ໃຫ້ຮູ້ລາຍລະອຽດ ແລະຂໍ້ມູຍຂອງຜູ້ຄົນດັ່ງກ່າວແມ່ນຄົນໄທ ເຊີ່ງຜູ້ກ່ຽວມີຊື່ ດັ່ງຮູບ

,,

ຊົມຄລີບ

ຂ່າວກ່ວນຫນ້ານີ້ ທີ່ເຈົ້າຂອງແຈ້ງຂໍຄວາມຊ່ວຍເຫລືອ

ຂໍຄວາມຊ່ວຍເຫຼືອ 🙏🙏🙏 ຫມູ່ເພື່ອນທຸກຄົນ ຜູ້ໃດພົບເຫັນບຸກຄົນດັງກ່າວ ຢູ່ສະຫວັນນະເຂດ ຫຼື ມຸກດາຫານ ຊ່ວຍຕິດຕໍ່ມາທາງຮ້ານຄຳມາໄລດ່ວນ ລູກຄ້າຊື້ຄຳນ້ຳໜັກ 20 ບາດ ມູນຄ່າ 6 ແສນກວ່າບາດ ແລະຂໍໂອນຈ່າຍຜ່ານທາງບັນຊີທະນະຄານໄທ ແຕ່ຕໍ່ມາປາກົດເງິນຖືກໂອນຖືກຍົກເລີກ

ເຫດການ : ຜູ້ກ່ຽວເປັນຜູ້ຊາຍ ໄວກາງຄົນ ເວົ້າພາສາໄທ ໄດ້ເຂົ້າມາຊື້ຄຳຢູ່ຮ້ານຄຳມາໄລ ສະຫວັນນະເຂດ ບ້ານໂພນສະຫວ່າງໃຕ້ ໜ້າຄິວລົດຫຼັກ3 ວັນທີ 15/6/2022 ແລະໄດ້ຂໍຊຳລະເງິນໂອນຄ່າຄຳເປັນບັນຊີໄທ ໂດຍການໂອນເງິນ

ມີຍອດເງິນເຂົ້າປົກກະຕິຕອນຊື້ແຕ່ຫຼັງຈາກນັ້ນຍອດເງິນຖືກຍົກເລີກ ທາງທະນາຄານວ່າເປັນຍອດເງິນຂອງເຊັກ CHECK ( ເຊັກທີ່ລໍຖ້າເຄຍເຂົ້າບັນຊີ ) ແຕ່ຂຶ້ນໂຊໃນບັນຊີມີຍອດເຂົ້າປົກກະຕິ ຂຶ້ນວ່າ CLEARING CHECK

ເຊິ່ງທະນາຄານໃຫ້ຂໍ້ມມູນວ່າເປັນເງິນເຊັກທີ່ສັ່ງຈ່າຍບໍ່ມີເງິນໃນບັນຊີຈຶ່ງຖືກຍົກເລີກພາຍຫຼັງ ເຊິ່ງທາງຮ້ານເຂົ້າໃຈວ່າຖ້າມີຍອດເງິນເຂົ້າແລ້ວແມ່ນການໂອນຈ່າຍສຳເຫຼັດແຕ່ບໍ່ແມ່ນແນວນັ້ນ ທາງທະນາຄານວ່າແບບນີ້ເອີ້ນວ່າເຊັກເດັ້ງ

ຕອນນີ້ບໍ່ສາມາດຕິດຕໍ່ຜຸ້ກ່ຽວໄດ້ ຢາກຂໍຄວາມຊ່ວຍເຫຼືອໃຜທີ່ພົບເຫັນບຸກຄົນດັງກ່າວ ຂ້າມດ່ານໄທລາວ ມາມື້ໃດ ພັກຢູ່ໃສ ໄປມາແຖວໃດ ໄປກິນຮ້ານອາຫານໃດ ຫຼື ເຄີຍຂຶ້ນລົດຄັນໃດ ກະລຸນາຊ່ວຍແຈ້ງເບາະແສໃຫ້ທາງຮ້ານຄຳມາໄລແນ່ ໃຫ້ຜູ້ກ່ຽວມາພົວພັນນຳທາງທາງຮ້ານແນ່

ໂທ : 02055553001, 020 96 385 177

Leave a Reply

Your email address will not be published. Required fields are marked *

Back to top button