ນາຍົກຂອບໃຈທີ່ເວົ້າຕຳໜິລັດຖະບານ ແລະ ຂໍ້ຄົງຄ້າງສິ່ງທ້າທາຍທີ່ຕ້ອງໄດ້ແກ້ໄຂເປັນຕົ້ນແມ່ນ:

ນາຍົກຂອບໃຈທີ່ເວົ້າຕຳໜິລັດຖະບານ ຖ້າຫາກຄຳຄິດເຫັນເຫຼົ່ານັ້ນຈິງໃຈ ເປັນຫ່ວງເປັນໃຍຕໍ່ປະເທດຊາດ ລັດຖະບານພ້ອມພິຈາລະນາຄຳຕິຊົມ ແລ້ວນຳມາແກ້ໄຂຮ່ວມກັນ

ໄລຍະ 6 ເດືອນຜ່ານມາ ລັດຖະບານຊຸດທີ 9 ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ ແລະ 6 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ທີ່ສະພາແຫ່ງຊາດໄດ້ຮັບຮັບຮອງ ເພື່ອສ້າງການຫັນປ່ຽນໃໝ່ໃຫ້ແຂງແຮງ ແລະ ເລິກເຊິ່ງຮອບດ້ານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກທີ່ໄດ້ກຳນົດໄວ້.ການປະຕິວັດແຜນດັ່ງກ່າວດຳເນີນໄປໃນເງື່ອນໄຂທີ່ສະພາບການສາກົນພາກພື້ນ  ແລະ ຢູ່ພາຍໃນປະເທດ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ

ສິ່ງທ້າທາຍຫຼາຍປະການ ໂດຍສະເພາແມ່ນການດຸນງົບປະມານ ຂາດດຸນເງິນຕາຕ່າງປະເທດ ການເໜັງຕີງຂອງອັດຕາແລກປ່ຽນເງິນຕາ; ການສະໜອງ ແລະ ການເໜັງຕີງຂອງລາຄານ້ຳມັນເຊື້ອໄຟ, ສິນຄ້າອຸປະໂພກ ແລະ ບໍລິໂພກ; ການແຜ່ລະບາດຂອງພະຍາໂຄວິດ-19  ແລະ ການຂວ້ຳບາດຂອງເສດຖະກິດຂອງປະເທດທາງຕາເວັນຕົກຕໍ່ຣັດເຊຍ ໄດ້ສົ່ງຜົນ

ກະທົບທາງລົບຕໍ່ເສດຖະກິດໂລກໂດຍລວມ ແລະ ຕໍ່ປະເທດລາວເຮົາຢ່າາງໜັກໜ່ວງ ຕາມຂ່າວທາງສາກົນຫຼາຍປະເທດກໍປະສົບບັນຫານີ້ເຊັ່ນກັນ. ລັດຖະບານໄດ້ຕັ້ງໜ້າໃນການແກ້ໄຂບັນຫາເສດຖະກິດ-ສັງຄົມ ເຮັດໃຫ້ເຮົາສາມາດປະຄັບປະຄອງເສດຖະກິດພາຍໃນປະເທດບໍ່ໃຫ້ຕົກເຂົ້າວິກິດໜັກໜ່ວງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຂໍ້ຄົງຄ້າງສິ່ງທ້າທາຍທີ່ຕ້ອງໄດ້ແກ້ໄຂເປັນຕົ້ນແມ່ນ:

1.ການຜັນຂະຫຍາຍຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ 2 ວາລະແຫ່ງຊາດທີ່ລັດຖະບານໄດ້ຕົກລົງແລ້ວ ໃຫ້ເປັນຮູບປະທຳ ຢູ່ບັນດາຂະແໜງສູນກາງ ແລະ ທ້ອງຖິ່ນຍັງຊັກຊ້າ ການຊີ້ນຳບັນຊາຂອງຂະແໜງການທ້ອງຖິ່ນຍັງບໍ່ທັນເດັດຂາດເຂັ້ມງວດ ຄວາມສະດວກວ່ອງໄວຕໍ່ຜົນກະທົບພາຍນອກ ແລະ ການໃຊ້ມາດຕະການແກ້ໄຂຍັງບໍ່ທັນເດັດຂາດ.

2.ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ໄລຍະ 6 ເດືອນຕົ້ນປີ 2022 ມີຈັງຫວະກະໂດດສູງຂຶ້ນ ສາເຫດຕົ້ນຕໍແມ່ນການປັ່ນປ່ວນຂອງເສດຖະກິດໂລກ, ລາຄານ້ຳມັນ, ລາຄາສິນຄ້າ ແລະ ເງິນເຟີ້ ເຮັດໃຫ້ສະກຸນເງິນກີບອ່ອນຄ່າ ແລະ ເຮັດໃຫ້ສະຖຽນລະພາບທາງດ້ານເສດຖະກິດມະຫາພາກທີ່ບອບບາງຢູ່ແລ້ວນັ້ນແຮງບອບບາງເຂົ້າໄປຕື່ມອີກ ເຊິ່ງອາດຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການເປັນຢູ່ຂອງປະຊາຊົນໝົດປີ 2022. ແລະ ອາດເຮັດໃຫ້ຕົວເລກມະຫາພາກລົດລົງບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້.

3.ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຍັງບໍ່ທັນເຂົ້າສູ່ລວງເລິກ ຫຼາຍຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຊຸກຍູ້ຂໍ້ຈັດຕັ້ງຜັນຂະຫຍາຍໄປສູ່ຕົວຈິງຢ່າງເປັນຮູບປະທຳ ໂດຍສະເພາະການເລັ່ງປັບປຸງຂັ້ນຂອດການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນກົນໄກການຄຸ້ມຄອງ ແລະ ການບໍລິຫານລັດຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ.

4.ການແກ້ໄຂໜີ້ສິນສາທາລະນະສືບຕໍ່ເປັນສິ່ງທ້າທາຍໃນຕໍ່ໜ້າ ໂດຍສະເພາະການຊຳລະໄລຍະຫຼັງການຜ່ອນຜັນ, ການປະຕິຮູບການແກ້ໄຂໜີ້ສິນຂອງລັດວິສາຫະກິດຍັງມີຄວາມຄືບໜ້າຊັກຊ້າ ແລະ ກວມເອົາພຽງຈຳນວນໜ້ອຍ.

5.ການວ່າງງານ ຍັງບໍ່ທັນໄດ້ຮັບການແກ້ໄຂເຂົ້າສູ່ລົງເລິກ ແຮງງານທີ່ກັບຄືນປະເທດມີຫຼາຍ ແລະ ຍັງບໍ່ທັນໄດ້ຮັບການຈັດສັນຢູ່ຕະຫຼາດແຮງານພາຍໃນປະເທດ ອີກຈຳນວນໜຶ່ງກໍໄດ້ກັບຄືນໄປປະເທດເພື່ອນບ້ານຄືນແບບເກົ່າ.

6.ການແກ້ໄຂບັນດາປາກົດການຫຍໍ້ທໍ້ ດ້ານສັງຄົມຍັງສືບຕໍ່ເປັນສິ່ງທ້າທາຍເປັນຕົ້ນແມ່ນ: ຂີ້ລັກງັດແງະ, ການຄ້າຢາເສບຕິດ ເຖິງແມ່ນວ່າລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາດັ່ງກ່າວກໍຕາມ.

7.ການໂຄສະນາບິດເບືອນຄວາມຈິງ ຕໍ່ການນໍາພາຂອງພັກການຄຸ້ມຄອງຂອງລັດຖະບານດ້ວຍຫຼາຍຮູບແແບບຜ່ານສື່ອອນລາຍ ໄດ້ເປັນສິ່ງສ້າງຄວາມສັບສົນວຸ້ນວາຍຢູ່ໃນສັງຄົມ ແຕ່ການແກ້ໄຂບັນຫານີ້ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ຢາກເນັ້ນຕື່ມສາເຫດນອກຕົວ ແມ່ນການແຜ່ລະບາດຂອງພະຍາດໂຄວິດ ແລະ ສະພາບການປັ່ນປ່ວນຂອງເສດຖະກິດໂລກ ຈາກການຂວໍ້າບາດຕໍ່ຣັດເຊຍ ທັງສອງຢ່າງນີ້ສົ່ງຜົນກະທົບຕໍ່ທຸກປະເທດຢູ່ໃນໂລກ. ສຳລັບຢູ່ປະເທດເຮົາເປັນປະເທດທີ່ກຳລັງສູ້ຊົນ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເສດຖະກິດມະຫາພາກຂອງພວກເຮົາທີ່ບອບບາງຢູ່ແລ້ວນັ້ນ ແຮງບອບບາງຂຶ້ນໄປຕື່ມອີກ.

ສ່ວນສາເຫດໃນຕົວ ແມ່ນປັດໄຈພາຍໃນຂອງພວກເຮົາ ເຊິ່ງກໍເຄີຍເວົ້າແລ້ວວ່າເຊັ່ນ: ຄວາມຮັບຜິດຊອບບໍ່ສູງ, ຄວາມເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມມີໜ້ອຍ, ບໍ່ຍອມປ່ຽນແປງສູ່ອັນໃໝ່ທີ່ດີກວ່າ ຍ້ອນຕິດພັນກັບຜົນປະໂຫຍດສ່ວນຕົວ ແລະ ພາກສ່ວນ. ສິ່ງເຫຼົ່ານີ້ເປັນຈຸດອ່ອນຄົງຄ້າງ ເປັນທັງສາເຫດທີ່ພາໃຫ້ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງປະເທດ ບໍ່ໄດ້ຮັບການແກ້ໄຂໃຫ້ດີເທົ່າທີ່ຄວນ.ບົດຮຽນຂໍ້ທີ 4 ນາຍົກຂະຫບຍາຍຄວາມຕື່ມອີກວ່າ:

“ໄດ້ມີຫຼາຍທ່ານໄດ້ມີຄຳເຫັນໂດຍກົງນຳລັດຖະບານ ແລະ ຈຳນວນໜຶ່ງກໍອອກຄຳເຫັນຜ່ານສື່ອອນລາຍ ນອກຈາກຈະສະແດງຄວາມເຫັນໃຈ ແລະ ເປັນຫ່ວງເປັນໃຍນຳລັດຖະບານແລ້ວ ຍັງໄດ້ສະເໜີຂໍ້ຕຳໜິຕິຕຽນ ສະເໜີຄຳເຫັນທີ່ສ້າງສັນຢ່າງກົງໄປກກົງມາ ຍົກໃຫ້ເຫັນສາເຫດຂອງຄວາມຫຍຸ້ງຍາກ ແລະ ສະເໜີທາງອອກໃນການແກ້ໄຂບັນຫາຕ່າງໆຊ່ວຍລັດຖະບານ

ໃນໂອກາດນີ້ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາຄຳເຫັນເຫຼົ່ານັ້ນ ນັບທັງການແກ້ໄຂໂຄວິດ ແລະ ການແກ້ໄຂເສດຖະກິດການເງິນປັດຈຸບັນ ມີຄຳຄິດເຫັນທີ່ສ້າງສັນ ແລະ ເປັນປະໂຫຍດຫຼາຍແກ່ລັດຖະບານ ໄດ້ນຳມາພິຈາລະນາເຂົ້າມາດຕະການຂອງລັດຖະບານ,

ພ້ອມກັນນັ້ນກໍມີຄຳຄິດເຫັນຈຳນວນໜ້ອຍທີ່ອອກສື່ສັງຄົມອອນລາຍ ເຊິ່ງອາດເກີດມາຈາກອາລົມຈິດຂອງຄວາມເປັນຫ່ວງເປັນໃຍ ຫຼື ເຫດຜົນສ່ວນຕົວອື່ນໆ ໄດ້ໃຊ້ວາຈາຄຳເວົ້າລັກສະນະຮຸນແຮງ ສຽດສີດ່າວ່າລັດຖະບານ. ເຖິງຢ່າງໃດກໍຕາມລັດຖະບານຈະຂອບໃຈເປັນຢ່າງຍິ່ງຖ້າຫາກວ່າໃນຕໍ່ໜ້າ ຄຳເວົ້າໃນລັກສະນະນັ້ນຫາກປ່ຽນແທນໄດ້ໂດຍການຕຳໜິຕິຊົມທີ່ກົງໄປກົງມາ ຈິງໃຈຫາທາງອອກຮ່ວມກັນຕໍ່ປະເທດຊາດບ້ານເມືອງຂອງເຮົາ”.

ຂໍ້ມູນຈາກ: ກອງປະຊຸມສະໄໝສາມັນເທື່ອທີ 9 ນາທີ 47:43-54:45

Leave a Reply

Your email address will not be published. Required fields are marked *

Back to top button