ອົງການການເງິນສາກົນ​ ສະໜອງເງິນກູ້ 67, 000,000 ໂດລາ ເພື່ອພັດທະນາ ທ່າບົກ-ທ່ານາແລ້ງ

ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາຮັບການສະໜອງເງິນກູ້ ຈຳນວນ 67 ລ້ານໂດລາສະຫະລັດ ກັບອົງການການເງິນສາກົນ (IFC) ເພື່ອນຳໃຊ້ເຂົ້າໃນການພັດທະນາ,

ການກໍ່ສ້າງ ແລະ ຈັດຊື້ອຸປະກອນທີ່ຈຳເປັນ ສຳລັບໂຄງການທ່າບົກທີ່ໄດ້ລະດັບມາດຕະຖານສາກົນ ແຫ່ງທຳອິດຂອງ ສປປ ລາວ ຫລື ເອີ້ນວ່າໂຄງການທ່າບົກ-ທ່ານາແລ້ງ ທີ່ນອນຢູ່ໃນສ່ວນໜຶ່ງຂອງເຂດວຽງຈັນໂລຈິສຕິກ ນະຄອນຫລວງວຽງຈັນ.

ຕາງໜ້າລົງນາມຄັ້ງນີ້ໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຈິສຕິກ ພາກ ຈຳກັດ ທັງເປັນປະທານ ບໍລິສັດ ທ່າບົກ-ທ່ານາແລ້ງ ແລະ ທ່ານ ວິເກຣມ ກຸມາ ຜູ້ຈັດການພັດທະນາຝ່າຍທຸລະກິດໃໝ່ ໃນຂົງເຂດອາຊີ ແລະ ປາຊີຟິກ ຂອງອົງການ IFC.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິ ຍານໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພູວົງ ວົງຄຳຊາວຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວວ່າ:

ການເຊັນສັນຍາຄັ້ງນີ້ ແມ່ນເປັນການເຊັນສັນຍາເງິນກູ້ 3 ສະບັບ ວົງເງິນ 67 ລ້ານໂດລາສະຫະລັດເປັນບາດກ້າວທຳອິດໃນການສະໜອງເງິນທຶນຂອງ IFC ແລະ ຈະສູ່ບາດກ້າວຕໍ່ໄປ

ເພື່ອສະໜັບສະໜູນໂຄງການທ່າບົກ-ທ່ານາແລ້ງ ໃຫ້ສຳເລັດດ້ານພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ສິນຄ້າຜ່ານແດນ.

Leave a Reply

Your email address will not be published. Required fields are marked *

Back to top button