ທູດສະຫະລັດວອນຣັດເຊຍຢ່າສັ່ງປິດສະຖານທູດເມກາໃນຣັດເຊຍ ເຖິງແມ່ນວ່າຄວາມສຳພັນສິແຕກກໍ່ຕາມ.

ທູດສະຫະລັດວອນຣັດເຊຍຢ່າສັ່ງປິດສະຖານທູດເຖິງແມ່ນວ່າຄວາມສຳພັນສິແຕກກໍ່ຕາມ. ຈອນເຈ ຊັນລິແວນ ເອກອັກຄະລັດສະທູດສະຫະລັດ ປະຈໍາກຣຸງມອສໂກ ຮຽກຮ້ອງລັດຖະບານຣັດເຊຍຢ່າໄດ້ສັ່ງປິດສະຖານທູດສະຫະລັດເປັນອັນຂາດ

ເຖິງແມ່ນວ່າວິກິດການໃນຢູເຄຼນຈະເຮັດໃຫ້ຄວາມສໍາພັນບໍ່ຄ່ອຍດີກໍຕາມ ພ້ອມຢໍ້າວ່າ 2ຊາດມະຫາອໍານາດນິວເຄຼຍລາຍໃຫຍ່ທີ່ສຸດຂອງໂລກຍັງຈໍາເປັນຕ້ອງເວົ້າກັນ. ແຕ່ປູຕີນບໍ່ສົນໃຈເລີຍ ແລະ ປູຕີນກ່າວວ່າ ເຖິງຈະມີມິດກັບເມກາຕໍ່ໄປກະບໍ່ມີຄ່າ ແລະ ຈະມີທູກເມກາຢູ່ຮັດເຊຍກະບ່ມີປະໂຫຍດ.

ນອກນັ້ນ, ປະທານາທິບໍດີ ວະລາດິມີ ປູຕິນ ຍັງເວົ້າເຖິງການຈະສົ່ງທະຫານຮຸກຮາກຢູເຄຼນວ່າເປັນ “ ຈຸດປ່ຽນ” ໃນປະວັດສາດຣັດເຊຍ ແລະ ເປັນການປະຕິບັດຕໍ່ຕ້ານການຄອງຄວາມເປັນໃຫຍ່ ຂອງສະຫະລັດອາເມຣິກາ ເຊິ່ງຜູ້ນໍາຢູເຄຼມລິນບອກວ່າໃຊ້ອິກທິພົນຂົ່ມເຫງຣັດເຊຍມາຕະຫຼອດຕັ້ງແຕ່ສະຫະພາບໂຊຫວຽດຫຼົ່ມສະຫຼາຍ.

ຝ່າຍຢູເຄຼນແລະບັນດາລັດຕາເວັນຕົກທີ່ໃຫ້ການສະໜັບສະໜູນອ້າງວ່າ ນີ້ແມ່ນການຕໍ່ສູ້ເພື່ອໃຫ້ຢູເຄຼນລອດພົ້ນຈາກແຜນຍືດດີນແດນນັກລ່າອານານິຄົມເຊິ່ງໄດ້ຂ້າຊີວິດຜູ້ບໍລິສຸດໄປແລ້ວນັບພັນຄົນ ເຮັດໃຫ້ຢູເຄຼນອີກກວ່າ 10ລ້ານຕ້ອງພັດຖິ່່ນຖານ ແລະ ເຮັດໃຫ້ເມືອງຕ່າງໆ ຂອງຢູເຄຼນກາຍເປັນທີ່ດີນຮົກຮ້າງ.

ຊົມຄລີບ

ທີ່ມາ https://apecthai.com/2022/06/07/100114/

Leave a Reply

Your email address will not be published. Required fields are marked *

Back to top button