ດ່ວນ! ເຈົ້າຫນ້າທີ່ ເຂົ້າບຸກຈັບ ກຸ່ມຄົນຮ້າຍ ຍີງລົດຢູ່ທາງດ່ວນ

ດ່ວນ! ເຈົ້າຫນ້າທີ່ ເຂົ້າບຸກຈັບ ກຸ່ມຄົນຮ້າຍ ແມ່ນ ພວກຍິງລົດ ຢູ່ທາງດ່ວນ ເດີ້

ເຈົ້າຫນ້າທີ່ໄລ່ຕິດຕາມ ຈັບກຸມຄົນຮ້າຍ ເຫດເກີດ ຢູ່ເມືອງວັງວຽງ ແຂວງວຽງຈັນ ສ່ວນລາຍລະອຽດເຈົ້າຫນ້າທີ່ຈະລາຍງານເພີ່ມຕື່ມ

ລາຍລະອຽດແມ່ນທຸກຄົນລໍຖ້າການມາຊີ້ແຈ້ງເຫດຜົນຫລືລາຍລະອຽດຂອງເຈົ້າຫນ້າທີ່ ອີກຄັ້ງພາຍຫລັງ

..

ຊົມຄລີບ 2

ຊົມຄລີບ 3

ຊົມຄລີບ 4

ຂ່າວກ່ອນຫນ້ານີ້ ທີ່ຍິງລົດຢູ່ທາງດ່ວນ

ໃນມື້ນີ້ ຫລື ວັນທີ 5/6/2022 ນີ້ໄດ້ ມີຜູ້ໃຊ້ເຟສບຸກຂອງຜູ້ກ່ຽວ ຊື່ Dia Change ໄດ້ໄລສົດໃນການເດີນທາງໄປ ນະຄອນຫລວງວຽງຈັນ-ວັງວຽງ ໂດຍຜ່ານທາງດ່ວນ..ພໍດີເຂົ້າຜ່ານກາຍອຸມົງ ເລີຍມີຄົນຮ້າຍໃຊ້ປືນຍິງລົດ

ເກີດເຫດຍິງກັນ ໃນອຸໂມງ ພູພະ ທາງດ່ວນ ວຽງຈັນ-ວັງວຽງ ຕາມການບອກເລົ່າຂອງພີ່ນ້ອງຄົນເຈັບແມ່ນເວລາປະມານ 12:30 ມີຄົນຮ້າຍປະມານ 2 ຄົນລັດຍິງລົດຢູ່ປາກອຸໂມງເບື້ອງຫີນເຫີບ ຍິງລົດຟອດ ຜູ້ໂດຍສານຖືກບາດເຈັບສາຫັດ ຕໍ່ມາຍິງລົດຂອງພີ່ນ້ອງເຜົ່າມົ້ງ ເຮັດວຽກຢູ່ສືກສາເມືອງໝື່ນ ເຮັດໃຫ້ສອງພໍ່ລູກໄດ້ຮັບບາດເຈັບເລັກນ້ອຍ.

ປະເທດລາວເຮົາ ຢູ່ຍາກແລ້ວ ບ້ານເມືອງ ນັບມື້ຢູ່ຍາກຂື້ນເລື້ອຍໆ….ຈັບໃຫ້ໄດ້ແດ່ ຢ່າໃຫ້ປະຊາຊົນໝົດຄວາມສັດທາຕໍ່ທ່ານຫຼາຍກວ່ານີ້ເລີຍ.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ກຳລັງເກັບກຳຂໍ້ມູນຫຼັກຖານ ແລະ ເລັ່ງໄລ່ຈັບຕົວຜູ້ກໍ່ເຫດມາລົງໂທດ. ລາຍລະອຽດ ພວກເຮົາຈະລາຍງານຕາມຫຼັງ.

Leave a Reply

Your email address will not be published. Required fields are marked *

Back to top button