ຂ່າວດີ!.. ປັບລາຄານ້ຳມັນ​ລົງ​ແລ້ວ

ຂ່າວດີພີ່ນ້ອງ! ປັບລົງລາຄານ້ຳມັນທຸກຊະນິດ ລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດ ວັນທີ 8 ມິຖຸນາ 2022 ເວລາ 06:00 ໂມງ

ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0674/ອຄ,ລົງວັນທີ 6 /6/ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ

ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບລົງລາຄາຂາຍຍ່ອຍ ນໍ້າມັນແອັດຊັງພິເສດ 150 ກີບ/ລິດ, ລາຄານໍ້າມັນແອັດຊັງທຳມະດາ ປັບລົງ 2.060 ກີບ/ລິດ ແລະ ລາຄານໍ້າມັນກາຊວນ ປັບລົງ 920 ກີບ/ລິດ;

ໄດ້ຫຼຸດອາກອນຊົມໃຊ້ ແອັດຊັງທຳມະດາ ລົງ ຈາກ 16% ມາເປັນ 5% ແລະ ຫຼຸດອາກອນຊົມໃຊ້ ກາຊວນ ລົງ ຈາກ 11% ມາເປັນ 0%.

,,

Leave a Reply

Your email address will not be published. Required fields are marked *

Back to top button