ດ່ວນ !!! ນາຍົກ ແຕ່ງຕັ້ງຄະນະຮັບຜິດຊອບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ.

ດ່ວນ !!! ນາຍົກລັດຖະມົນຕີ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ.

ຂໍ້ຕົກລົງ: ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຊີ້ນໍາ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ

ອີງຕາມ ກົດຫມາຍວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021;

ອີງຕາມ ຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021;

ອີງຕາມ ທິດຊີ້ນໍາຂອງກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ໃນວັນທີ 03 ມິຖຸນາ 2022.

ນາຍົກລັດຖະມົນຕີ ຕົກລົງ:

ມາດຕາ 1: ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຊີ້ນໍາ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ, ຊຶ່ງປະກອບມີບັນດາທ່ານ ດັ່ງນີ້:

1) ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດເປັນຫົວຫນ້າຄະນະ

2) ທ່ານ ລັດຖະມົນຕີກະຊວງການເງິນເປັນຮອງຫົວຫນ້າຄະນະ

3) ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າເປັນຄະນະ

4) ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວເປັນຄະນະ

5) ທ່ານ ຮອງຫົວຫນ້າຫ້ອງວ່າການສູນກາງພັກເປັນຄະນະ

6) ທ່ານ ຮອງຫົວຫນ້າອົງການກວດກາແຫ່ງລັດເປັນຄະນະ

7) ທ່ານ ຫົວຫນ້າກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ 8) ທ່ານ ປະທານສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັດເປັນຄະນະ

ມາດຕາ 2: ສິດ ແລະ ຫນ້າດັ່ງນີ້:

1) ວາງມາດຕະການຮັບປະກັນການນໍາເຂົ້ານ້ໍາມັນເຊື້ອໄຟ ເພື່ອສະຫນອງຄວາມຕ້ອງການອັນຈໍາເປັນ ໃຫ້ເປັນປົກກະຕິ ແລະ ຮັບປະກັນການກໍານົດລາຄາ ໃນແຕ່ລະໄລຍະ ໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານໍ້າມັນເຊື້ອໄຟ ຢູ່ຕະຫຼາດໂລກ ແລະ ສະພາບຄວາມເປັນຈິງ ຂອງປະເທດເຮົາ.

2) ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງ ໃນການສະຫນອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາ ແລກປ່ຽນເງິນຕາຕ່າງປະເທດ, ການແກ້ໄຂບັນດາຮ້ານແລກປ່ຽນ, ການນໍາໃຊ້ເງິນຕາໃນທ້ອງຕະຫຼາດ ໃຫ້ມີ ຄວາມສະຫງົບ ແລະ ມີສະຖຽນລະພາບ

3) ຕິດຕາມກວດກາ ແລະ ປະຕິບັດມາດຕະການເຂັ້ມງວດ ຕໍ່ຜູ້ລ່ວງລະເມີດກົດຫມາຍ, ສ້າງຄວາມປັ່ນປ່ວນ,ສ້າງບັນຫາເສຍຫາຍໃຫ້ແກ່ເສດຖະກິດ-ການເງິນຂອງຊາດ.

4) ວາງມາດຕະການຕ່າງໆ ເພື່ອຄວບຄຸມລາຄາສິນຄ້າ, ການກໍານົດສິນຄ້າຍຸດທະສາດ ເພື່ອໃຫ້ລາຄາສິນຄ້າ ໃນທ້ອງຕະຫຼາດ ຢູ່ໃນເກນປົກກະຕິ.

5) ວາງມາດຕະການຕ່າງໆນໍາໃຊ້ຕົວຈິງ ເພື່ອແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບເຖິງຄວາມຫມັ້ນຄົງຂອງຊາດທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບການ ຢ່າງທັນການ.

ມາດຕາ 3: ມອບໃຫ້ຫົວຫນ້າຄະນະສະເພາະກິດ ແຕ່ງຕັ້ງຫນ່ວຍງານຊ່ວຍວຽກຂອງຕົນ ຕາມຄວາມຈໍາເປັນ.

ມາດຕາ 4: ທຸກພາກສ່ວນ ແລະ ບັນດາທ່ານທີ່ຖືກແຕ່ງຕັ້ງ ຈົ່ງຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຕາມຂໍ້ຕົກລົງສະບັບນີ້.

ມາດຕາ 5: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

,,

Leave a Reply

Your email address will not be published. Required fields are marked *

Back to top button