ເກີດນ້ຳຖ້ວມ-ດິນເຈື່ອນຢູ່ບຣາຊິນ ມີຜູ້ເສຍຊີວິດ 71 ຄົນ , ສູນຫາຍ 56ຄົນ

ຂປລ.ຕາມ​ຂ່າວ​ຈາກ​ ບຣາຊິນ,​ເກີດ​ຝົນຕົກໜັກ ​ແລະ ດິນ​ເຈື່ອນ ທາງ​ຕາ​ເວັນ​ອອກ​ ສ່ຽງ​ເໜືອ​ ຂອງ​ບຣາຊິນ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ 71 ຄົນ, ບາດ​ເຈັບ 25ຄົນ, ສູນຫາຍ 56ຄົນ ​ແລະ ອີກ 3.957ຄົນ ບໍ່​ມີ​ທີ່ຢູ່ ​ອາ​ໄສ,

ປະຊາຊົນ​ ຍົກຍ້າຍ ອອກ​ຈາກ​ ທີ່ຢູ່​ອາ​ໄສ 533ຄົນ ສ່ວນ​ເຈົ້າໜ້າ​ທີ່​ ທາງ​ການ ​ໄດ້​ຈັດຕັ້ງ ສູນ​ພັກ ​ອາ​ໄສ ​ຊົ່ວຄາວ.ປັດ​ຈຸ​ບັນ ທ່ານ Jair Bolsonaro, ປະທານາທິບໍດີ ບຣາຊິນ ພວມ​ລົງ ​ພື້ນ​ທີ່ ​​ໄດ້​ຮັບ ​ຜົນ​ກະທົບ ​ໃນ​ວັນ​ທີ30 ​ພຶດສະພາ​ນີ້.

,,

,,

ຊົມຄລີບ

(ພາກ​ຂ່າວ ຕ່າງປະ​ເທດ) ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

Back to top button