ເກີດເຫດ ໄຟໄໝ້ເລົ້າເຂົ້າ ພ້ອມເຮືອນ 3ຫຼັງ

ໃນເວລາ 14 ໂມງ 00 ນາທີ ຂອງວັນທີ 29 ພຶດສະພາ 2022 ໄດ້ເກີດເຫດການອັກຄີໄພ ໄ ຟ ໄ ໝ້ ເຮືອນຂອງປະຊາຊົນຢູ່ບ້ານ ວຽງພັດທະນາ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ຈໍານວນ 03 ຫຼັງ ແລະ ເລົ້າເຂົ້າ 01 ຫຼັງ. ມີ 04 ຄອບຄົວ, ມີພົລະເມືອງ 21 ຄົນ, ຍິງ 10 ຄົນ.

ໃນນັ້ນ, ມີຜູ້ໄດ້ຮັບບາດເຈັບ 01 ຄົນ. ສ່ວນສິ່ງຂອງເຄື່ອງໃຊ້ພາຍໃນເຮືອນແມ່ນເສຍຫາຍທັງໝົດ ມີເຂົ້າສານຈໍານວນ 120 ເປົ້າ, ຈັກໂມ້ເຂົ້າ 01 ເຄື່ອງ ລວມມູນຄ່າເສຍຫາຍປະມານ 80 ລ້ານກວ່າກີບ. ສໍາລັບສາເຫດແມ່ນຍັງຢູ່ໃນຂັ້ນຕອນກວດກາຂອງຂະແໜງການທີ່ກ່ຽວຂ້ອງ.

ສະນັ້ນ ພາກສ່ວນທີ່ກ່ຽວຂ້ອງຈິ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃນການໃຊ້ຟືນ ໄ ຟ ພາຍໃນຄົວເຮືອນໃຫ້ມີສະຕິລະວັງຕົວຕື່ມອີກ, ທັງນີ້, ກໍ່ເພື່ອເປັນການຫຼີກລ່ຽງຄວາມເສຍຫາຍທາງດ້ານຊັບສິນທີ່ເກີດຈາກອັກຄີໄພຕ່າງໆ.

.

ຂ່າວ: ຄໍາຜົງ ຟອງສະຫວ່າງ

ກວດແກ້: ບຸນໜຽວ ຈະເລີນຜົນ.

Leave a Reply

Your email address will not be published. Required fields are marked *

Back to top button