ສຶກສາອົບຮົມຜູ້ຂັບຂີ່ໂພດປະຈານເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຢູ່ເສັ້ນທາງເລກທີ 13 ໃຕ້

+ວັນທີ 27 ພຶດສະພາ 2022 ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງ ປກສ ໄດ້ສຶກສາອົບຮົມ ທ້າວ ຄໍາມີໄຊ ອາຍຸ 42 ປີ ຢູ່ບ້ານກາງ ເມືອງພຽງ ແຂວງໄຊຍະບູລີ ທີ່ຖ່າຍວິດີໂອໂພດລົງສື່ສັງຄົມອອນລາຍ (ແຟດບຸກ) ໃນວັນທີ 12 ພຶດສະພາ 2022 ທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ

ລົງຈັບຄວາມໄວຢູ່ເສັ້ນທາງເລກທີ 13 ໃຕ້ ຢູ່ເຂດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ດ້ວຍການໃສ່ຮ້າຍປ້າຍສີເຈົ້າໜ້າທີ່ຕໍາຫຼວດວ່າລົງຕັ້ງດ່ານ ບໍ່ຖືກຕາມລະບຽບກົດໝາຍ ແລະ ຫວັງປັບໃໝເອົາເງິນປະຊາຊົນເທົ່ານັ້ນ; ຕໍ່ເຫດການດັ່ງກ່າວ ຈຶ່ງເກີດກະແສໂດ່ງດັ່ງເຮັດໃຫ້ສັງຄົມໂຈມຕີເຈົ້າໜ້າທີ່ໄປຕ່າງໆນາໆ.

+ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ: ການທີ່ເຊີນເອົາທ້າວ ຄໍາມີໄຊ ມາສຶກສາອົບຮົມໃນຄັ້ງນີ້ ກໍຍ້ອນວ່າຜູ້ກ່ຽວໄດ້ອັດຄີບວີດີໂອແລ້ວໂພດລົງແຟດບຸກປະຈານເຈົ້າໜ້າທີ່ໄປໃນທາງທີ່ຜິດບິດເບືອນຈາກຄວາມຈຶ່ງ ເຊິ່ງເຫດການດັ່ງກ່າວນັ້ນເກີດຂຶ້ນໃນວັນທີ 12 ພຶດສະພາ 2022 ລົດຂອງຜູ້ກ່ຽວໄດ້ລະເມີດຄວາມໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງ

ເຈົ້າໜ້າທີ່ຈຶ່ງຂຽນໃບສັ່ງໃຫ້ ແຕ່ຜູ້ກ່ຽວໄດ້ຕໍ່ວ່າ ແລະ ອັດຄີບໂພດລົງໂຊຊ້ຽວສື່ສັງຄົມອອນລາຍເຮັດໃຫ້ປະຊາຊົນເຂົ້າໃຈເຈົ້າໜ້າທີ່ໄປໃນທາງທີ່ຜິດວ່າເຈົ້າໜ້າທີ່ລົງຕັ້ງດ່ານກວດກາເອົາແຕ່ເງິນປະຊາຊົນ; ເຊິ່ງຄວາມຈິງແລ້ວທີ່ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນລົງປະຕິບັດໜ້າທີ່ບັງຄັບໃຊ້ກົດໝາຍ ໂດຍສະເພາະການລົງຈັບຄວາມໄວຂອງຍານພາຫະນະ ແມ່ນປະຕິບັດຕາມຄໍາສັ່ງ

ແລະ ແຈ້ງການຂອງຂັ້ນເທິງ ເພື່ອຄວບຄຸມບໍ່ໃຫ້ຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ດ້ວຍການຂັບຂີ່ລົດໄວເກີນຂອບເຂດ; ເສັ້ນທາງເລກທີ 13 ໃຕ້ ແມ່ນເສັ້ນທາງໜຶ່ງທີ່ທະນາຄານໂລກໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງສ້ອມແປງ

ເຊິ່ງຜູ້ໃຫ້ທຶນໄດ້ວາງມາດຕະການໄວ້ຖ້າຫາກວ່າໃນໄລຍະກໍ່ສ້າງສ້ອມແປງເສັ້ນທາງ ຫາກເກີດອຸບັດຕິເຫດແລ້ວມີຜູ້ເສຍຊີວິດ ເກີນ 5 ຄົນ ໂຄງການກໍ່ສ້າງສ້ອມແປງເສັ້ນທາງດັ່ງກ່າວນັ້ນ ກໍຈະຍຸດສະງັກລົງ ຈາກຄາດໝາຍຈະສ້ອມແປງສໍາເລັດໂດຍໄວກໍຈະຖືກເລື່ອນແກ່ຍາວໄປຫຼາຍປີ;

ສະນັ້ນ, ກົມຕໍາຫຼວດຈະລາຈອນໃນນາມເປັນຜູ້ຊີ້ນໍາມະຫາພາກ ແລະ ເປັນຜູ້ປະຕິບັດ ແລະ ຄວບຄຸມກ່ຽວກັບການບັງຄັບໃຊ້ກົດລະບຽບຈະລາຈອນ ຈຶ່ງລົງເຮັດໜ້າທີ່ດັ່ງກ່າວຕາມການມອບໝາຍຂອງກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເພື່ອຮັບປະກັນບໍ່ໃຫ້ອຸບັດຕິເຫດເກີດຂຶ້ນຖິງຈະເກີດກໍໃຫ້ເກີດບໍ່ຮຸ່ນແຮງ ແລະ ຮັບປະກັນບໍ່ໃຫ້ມີຄົນເສຍຊີວິດຢູ່ເສັ້ນທາງດັ່ງກ່າວ.

+ທ້າວ ຄໍາມີໄຊ ກ່າວວ່າ: ຂ້າພະເຈົ້າຂໍຍອມຮັບຜິດພຽງຜູ້ດຽວທີ່ໄດ້ອັດຄີບແລ້ວນໍາມາໂພດປະຈານລົງເພດຂອງຕົນເອງ ໂດຍໃສ່ຮ້າຍປ້າຍສີໄປຕ່າງໆນາໆ ຕໍ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ລົງຈັບຄວາມໄວຢູ່ເສັ້ນທາງເລກທີ 13 ໃຕ້ ເຂດເມືອງທ່າພະບາດ ແຂວງບໍລິຄໍາໄຊ; ດັ່ງນັ້ນ,

ຈຶ່ງຂໍສັນຍາວ່າຈະບໍ່ກະທໍາຜິດດ້ວຍການໃສ່ຮ້າຍປ້າຍສີເຈົ້າໜ້າທີ່ພັກ-ລັດອີກ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນບໍ່ຄວນເອົາເປັນແບບຢ່າງ ແລະ ບໍ່ຄວນອັດຄີບວີດີໂອ ຫຼື ຖ່າຍຮູບ ເຈົ້າໜ້າທີ່ທີ່ລົງປະຕິບັດໜ້າທີ່ວິຊາສະເພາະແລ້ວນໍາໄປປະຈານມູມທີ່ບໍ່ຖືກຕ້ອງ ຫຼື ບໍ່ມີມູນຄວາມຈຶ່ງຢ່າງເດັດຂາດ ເພາະການກະທໍາດັ່ງກ່າວນີ້ແມ່ນຜິດຕໍ່ລະບຽບກົດໝາຍ.

ຊົມຄລີບ

ພາບ-ຂ່າວ: ຈັນສະໝອນ

Leave a Reply

Your email address will not be published. Required fields are marked *

Back to top button