ໂລກກຳລັງເຂົ້າສູ່ລະບຽບໃໝ່ທີ່ມີຣັດເຊຍກັບຈີນເປັນຜູ້ນຳ

ໂລກກຳລັງເຂົ້າສູ່ລະບຽບໃໝ່ທີ່ມີຣັດເຊຍກັບຈີນເປັນຜູ້ນຳໃນວັນທີ 31 ມີນາທີ່ຜ່ານມາ ເຊີເກ ລາຟຣອຟ (Sergey Lavrov) ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ໄດ້ອອກມາບອກວ່າ

ໂລກກຳລັງເຂົ້າສູ່ໄລຍະເວລາປະຫວັດສາດໃນລະບົບຄວາມສຳພັນລະຫວ່າງປະເທດ ເປັນລະບົບລະບຽບໂລກໃໝ່ທີ່ເປີດໂອກາດໃຫ້ຣັດເຊຍ ແລະ ຈີນກ້າວຂຶ້ນເປັນຜູ້ນຳ.“ເຮົາຈະກ້າວເຂົ້າໄປສູ່ລະບົບລະບຽບໂລກທີ່ມີຫຼາຍອຳນາດດ້ວຍກັນ ເປັນລະບຽບໂລກທີ່ເປັນປະຊາທິປະໄຕ”ການປະກາດຈຸດຢືນດັ່ງກ່າວມີຂຶ້ນ

ຂະນະທີ່ ເຊີເກ ລາຟຣອຟ ເດີນທາງມາຈີນຢ່າງເປັນທາງການເພື່ອເຂົ້າພົບ ຫວັງອີ້ (Wang Yi ) ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ແລະ ກະຊັບຄວາມສຳພັນລະຫວ່າງທັງສອງປະເທດເຊິ່ງນີ້ນັບເປັນຄັ້ງທຳອິດທີ່ທາງຣັດເຊຍເດີນທາງມາຈີນ

ຕັ້ງແຕ່ກອງທັບຣັດເຊຍເປີດສາກບຸກໂຈມຕີຢູເຄຣນໃນໄລຍະທ້າຍເດືອນກຸມພາທີ່ຜ່ານມາ.ໂດຍຫວັງອີ້ ລະບຸວ່າ“ຄວາມສຳພັນລະຫວ່າງຈີນ-ຣັດເຊຍຍັງແໜ້ນແຟ້ນ ທ່າມກາງບົດທົດສອບໃໝ່ໆ ໃນພູມສັນຖານລະຫວ່າງປະເທດ ກໍຍັງຢູ່ໃນແນວທາງທີ່

ຖືກຕ້ອງ ແລະ ສະທ້ອນເຖິງໄລຍະການພັດທະນາຄວາມສຳພັນທີ່ມີຄວາມລ່ຽນໄຫຼ ທັງສອງປະເທດເຫັນດີພັດທະນາຄວາມສຳພັນແບບທະວິພາຄີໃນຫຼາກຫຼາຍມິຕິຫຼາຍຂຶ້ນ”.ທາງດ້ານ ເຈເຣມີ ເຟລມມິງ ຜູ້ອຳນວຍການໜ່ວຍຂ່າວ GCHQ ຂອງສະຫະ

ຣາຊະອານາຈັກ ແລະ ຈີນ ແນະນໍາຈີນ ວ່າ ການເປັນພັນທະມິດກັບຣັດເຊຍ ປະເທດທີ່ບໍ່ສົນໃຈຕໍ່ ລະບຽບໂລກໃນປັດຈຸບັນແລະຖືກຂວ້ຳບາດຈາກຫຼາຍ ປະເທດທົ່ວໂລກ ຈະບໍ່ສະໜັບສະໜູນວຸດຢືນຂອງຈີນໃນ ການກ່າວຂຶ້ນເປັນມະຫາອໍານາດຂອງໂລກ.“ໃນໄລຍະຍາວ ຣັດເຊຍຈະຮູ້ວ່າ ຈີນຈະກ້າວ

ຂຶ້ນມາເປັນ ປະເທດທີ່ມີຄວາມເຂັ້ມແຂງທາງດ້ານການທະຫານແລະ ເສດຖະກິດ ຜົນປະໂຫຍດບາງສ່ວນທີ່ຂັດກັນອາດເຮັດໃຫ້ ຣັດເຊຍຕ້ອງຖືກມີບອອກຈາກຄວາມສຳພັນໄດ້”ໂດຍການຕັດສິນໃຈສະໜັບສະໜູນແລະໃກ້ຊິດຣັດເຊຍໃນ ໄລຍະເຮັດສົງຄາມໂຈມຕີຢູເຄຣນ ອາດຈະສົ່ງຜົນໃຫ້ ສະຫະລັດ

ອາເມຣິກາແລະບັນດາຊາດໃນຢູໂຣບຮັກສາໄລຍະ ຫ່າງກັນຈີນອີກທັງຈີນຮັບຮູ້ດີວ່າ ການປະກາດຮອງຮັບເອກະລາດໃຫ້ກັບແຄວ້ນໃນດອນບາສ ແລະ ການເຮັດ ສົງຄາມໂຈມຕີອະທິປະໄຕຢູເຄຣນ ຂັດຕໍ່ຄວາມເຊື່ອ ແລະ ຄ່ານິຍົມຂອງຈີນ ອາດສະທ້ອນກັບມາ

ກ່ຽວຂ້ອງກັບ ກໍລະນີຂອງໄຕ້ຫວັນ ນັບເປັນໄລຍະເວລາທີ່ຈີນຕ້ອງ ພິຈາລະນາການດຳເນີນນະໂຍບາຍຕ່າງປະເທດຢ່າງ ຮອບຄອບ.ນອກຈາກປະເທດຈີນແລ້ວ ລາຟຣອຟ ຍັງເດີນທາງ ຢ້ຽມຢາມອິນເດຍຢ່າງເປັນທາງການ ເພື່ອເຂົ້າພົບນະ ເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍ ເພື່ອກະ ຊັນຄວາມສຳພັນແລະຫາແຮງ

ຂ່າວຈາກ: ແສນສະບາຍ

Leave a Reply

Your email address will not be published. Required fields are marked *

Back to top button