ຕາມນີ້ເດີ! ໃຜສົົນໃຈ ທີ່ຢາກໄປ ເຮັດວຽກ ຢູ່ເກົາຫລີ

ລາຍຮັບຄ່າໃຊ້ຈ່າຍ ແລະ ຂັ້ນຕອນກະກຽມເອກະສານ ໄປເຮັດວຽກ ຢູ່ ສສ ເກົາຫຼລີ ໄລຍະສັ້ນ 5 ເດືອນ. ສຳລັບແຮງງານລາວ ທີ່ມີຄວາມຕ້ອງການໄປເຮັດວຽກລະດູກການ ໄລຍະ 5 ເດືອນ ຢູ່ ສສ ເກົາຫລີ ໃນຂະແໜງກະສິກຳ.

ສາມາດໄປລົງທະບຽນ ຢູ່ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ເມືອງ ແລະ ຈຸດບໍລິການຈັດຫາງານ. ສໍາລັບເງື່ອນໄຂຂອງຜູ້ສະໝັກ ແມ່ນເພດຍິງ ແລະ ຊາຍ ຊຶ່ງມີອາຍຸລະຫວ່າງ 25-45 ປີ. ຂັ້ນຕອນກະກຽມເອກະສານທີ່ຈໍາເປັນມີດັ່ງນີ້:

– ບັດປະຈໍາຕົວ

– ສຳມະໂນຄົວ,

– ໜັງສືຜ່ານແດນ(ພັສສະປອດ)

– ໃບຢັ້ງຢືນທີ່ຢູ່,

– ໃບຊີວະປະຫວັດຫຍໍ້,

– ໃບແຈ້ງໂທດ,

– ໃບຢັ້ງຢືນສັກວັກຊີນ 3 ເຂັມຂຶ້ນໄປ,

– ຮູບ 4×6 ແລະ 3,5×4,5 ຈຳນວນ 6 ໃບ.

ພາຍຫຼັງທີ່ຂຶ້ນທະບຽນແລ້ວໃຫ້ສົ່ງລາຍຊື່ຂອງຜູ້ອອກແຮງງານໃຫ້ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ທຸກໆເດືອນ ເພື່ອຈະກໍານົດເວລາ ແລະ ແຈ້ງໃຫ້ບໍລິສັດຈັດຫາງານທີ່ໄດ້ຮັບການມອບໝາຍ ດຳເນີນການສຳພາດ ແລະ ຄັດເລືອກຕາມມາດຖານ ແລະ ເງື່ອນໄຂຂອງນາຍຈ້າງ.

ສໍາລັບອັດຕາຄ່າຈ້າງ ແລະ ຄ່າໃຊ້ຈ່າຍຕ່າງໆ ແມ່ນບໍລິສັດຈະດໍາເນີນການເຜີຍແຜ່ໃນເວລາທີ່ສໍາພາດ ແລະ ຄັດເລືອກເອົາແຮງງານ ເນື່ອງຈາກວ່າແຕ່ລະເມືອງມີຄ່າໃຊ້ຈ່າຍ ແລະ ລາຍຮັບທີ່ແຕກຕ່າງກັນ.

Leave a Reply

Your email address will not be published. Required fields are marked *

Back to top button