ມື້ນີ້ ພວກເຮົາຊາວລາວທັງຊາດ ມາຮ່ວມແຮງຮ່ວມໃຈກັນ ເຊຍສາວແພວາ ນັກກິລາໜຶ່ງດຽວຍີມນາສຕິກລາວ ໃນຮອບຊີງຫຼຽນຄຳ

ມາໆ ພວກເຮົາຊາວລາວທັງຊາດ ມາຮ່ວມແຮງຮ່ວມໃຈກັນ ເຊຍ ສາວແພວາ ມີຊາໂຕະ ພິລາພັນເດດ ນັກກິລາໜຶ່ງດຽວຍີມນາສຕິກລາວ ສ້າງຜົນງານປະຫວັດສາດ ໃນຮອບຊີງຫຼຽນຄຳ ໃນມື້ນີ້ 19 ພຶດສະພາ 2022.

ນາງ ແພວາ ມີຊາໂຕະ ພິລາພັນເດດ ລົງແຂ່ງຂັນໃນຮອບຄັດເລືອກ 4 ລາຍການ ປະເພດຮ່ວງ, ໝາກບານ, ຄະທາ ແລະ ຮີບບອນ ສາມາດສ້າງຄະແນນໄດ້ເຖິງ 86,950 ຄະແນນ

,,,

ລວມ 4 ອຸປະກອນ ຈົບອັນດັບທີ 10 ຕິດ 1 ໃນ 11 ຄົນ ຜ່ານເຂົ້າຮອບຊີງຫຼຽນຄຳ ທີ່ຈະສືບຕໍ່ແຂ່ງຂັນໃນ ວັນທີ 19 ພຶດສະພາ 2022 ເວລາ 10:40 ໂມງ ທີ່ສະໜາມກິລາ ໃນ(ນະຄອນຫຼວງ ຮ່າໂນ້ຍ).

ໂດຍ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *

Back to top button