ລົດທ່ອງທ່ຽວອິນໂດເນເຊຍ ເກີດອຸບັດເຫດ ມີຜູ້ເສຍຊີວິດ 13 ຄົນ

ຂປລ. ສຳນັກ​ຂ່າວ AFP ແລະ VOA NEWS ລາຍ​ງານ​ມື້ວັນທີ 16 ພຶດສະພາ​ ຜ່ານມານີ້ ວ່າ ຢູ່ໃນເດືອນ ທີ່ແລ້ວ ໄດ້ ມີລົດ​​ໂດຍສານ ​ທ່ອງ​ທ່ຽວ ​ໃນ​ອິນ​ໂດ​ເນ​ເຊຍ​​ ເກີດອຸບັດຕິເຫດ ຕຳກັບ ປ້າຍໂຄສະນາ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 13 ຄົນ ​ແລະ ບາດ​ເຈັບ 34 ຄົນ

​ ​ຢູ່​ເກາະ Java ຕາ​ເວັນ​ອອກ ຊຶ່ງບັນທຸກ​ ຜູ້​ໂດຍສານ ​ທັງ​ໝົດ 47 ຄົນ ລວມທັງ ຄົນ​ຂັບ ​ເກີດ​ຂຶ້ນ ຢູ່​​ເສັ້ນທາງ ​ເຊື່ອມຕໍ່​ ລະຫວ່າງ ​ເມືອງ​ໂມ​ໂຈ​ເຄີ​ໂຕ້ (Mojokerto) ກັບ​ເມືອງ​ ສຸຣາບາ​ຢາ(Surabaya).

,,,

ສຳລັບ ​ຄົນ​ຂັບ​ລົດ​ ລອດ​ຊີວິດ ​ແລະ ຖືກ​ນຳ​ສົ່ງ ​ໄປ​ໂຮງໝໍ ​ເນື່ອງ​ຈາກ ​ບາດ​ເຈັບ​ໜັກ ສ່ວນ​ສາ​ເຫດ​ ທີ່​ພາ​ໃຫ້​ເກີດ​ຂຶ້ນ ໃນ​ຄັ້ງນີ້ ​ເຈົ້າໜ້າ​ທີ່ ​ກ່ຽວຂ້ອງ ພວມ​ສືບສວນ​ ສອບ​ສວນ ຫາ​ສາ​ເຫດ ​ທີ່​ເກີດ​ຂຶ້ນ​ ໃນ​ຄັ້ງນີ້​.

ຈຸດນີ້ ເປັນຈຸດທີ່ມັກເກີດອຸປະຕິເຫດເພາະ ໃນປີ 2019 ມີຜູ້ເສຍຊີວິດ 35 ຄົນ ຍ້ອນເກີດອຸປະຕິເຫດ ໃນບ່ອນດຽວກັນໃນຄັ້ງນີ້.

ຊົມຄລີບ ( ຖ້າໃຜຢາກເບີ່ງໃຫ້ເຫັນແຈ້ງ ແມ່ນຢູ່ໃນລີ້ງລ້ານລຸ່ມນີ້ ແຕ່ ອາດຈະເບີ່ງຍາກຫນ່ອຍຫນື່ງ. )

https://www.newsflare.com/video/477248/indonesia-bus-crash-leaves-at-least-13-dead-and-dozens-injured

(ພາກ​ຂ່າວ: ຕ່າງປະ​ເທດ)ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ..

ແຫລ່ງຂ່າວ https://www.voanews.com/a/6430648

Leave a Reply

Your email address will not be published. Required fields are marked *

Back to top button