ເຕືອນແລ້ວເຕືອນອີກ!!!! ຫ້າມສາກໂທລະສັບຢູ່ບ່ອນນອນ

#ເຕືອນແລ້ວເຕືອນອີກ!!!! ຫ້າມສາກໂທລະສັບຢູ່ບ່ອນນອນ

ໃນວັນທີ 26.04.2022 ເວລາ 10:48ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຖືກໄຟຟ້າຊ໊ອດຢູ່ທີ່ບ້ານ ພິບຸນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່​ເກີດເຫດພົບເຫັນຜູ້ເສຍຊີວິດ 01ຄົນ​: •ຜູ້ເສຍຊີວິດ:ທ້າວ ສົມລິດ ອາຍຸ23ປີ.ບ້ານຫາດຫອມ ເມືອງ ຜາອຸດົມ ແຂວງບໍ່ແກ້ວ.

+ມີບາດແຜ:ເລືອດອອກຫູ,ອອກດັງ,ຕາມຕົນຕົວມີຮອຍຝົກຊໍ້າ.

ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ແຂວງບໍ່ແກ້ວຈື່ງ​ໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປທີ່ໂຮງໝໍແຂວງບໍ່ແກ້ວເພື່ອລໍ່ຖ້າຍາດພີ່ນ້ອງມານຳເອົາສົບໄປທຳພິທີທາງສາສະໜາ.

Cr: ຫນັງສືພິມແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *

Back to top button