ຜູ້ຕິດໂຄວິດ ສາມາດໃຫ້ປິ່ນປົວຢູ່ເຮືອນໄດ້ແລ້ວ ໂດຍມີແພດຕິດຕາມຢ່າງໃກ້ຊິດ

ທ່ານ ຄຳໃສ ເດດລືໄຊ ຮອງຫົວຫນ້າກົມປິ່ນປົວ ແລະ ໜ້າທີ່ການ ໄດ້ລາຍງານ ໃນວັນທີ 12 ພະຈິກ 2021 ນີ້ວ່າ: ໃນສະພາບທີ່ການຕິດເຊື້ອຍັງມີຫຼາຍຕໍ່ເນື່ອງເຊັ່ນນີ້

ເພື່ອຫຼີກເວັ້ນການຮັບປິ່ນປົວຄົນເຈັບໃນໂຮງໝໍຂັ້ນຕ່າງໆ ຈົນແອອັດ ແລະ ບໍ່ມີຕຽງເຫຼືອສໍາລັບຜູ້ຕິດເຊື້ອມີອາການຮຸນແຮງ ຫຼື ຄົນພິເສດອື່ນ, ຄະນະສະເພາະກິດ ກະຊວງສາທາລະນະສຸກ ໄດ້ກໍານົດແນວທາງການປິ່ນປົວຄືນໃໝ່ ໂດຍພິຈາລະນາ ອີງໃສ່ປະເພດຄົນຕິດເຊື້ອໂຄວິດ-19 ເຊັ່ນ:

ກຸ່ມທີ່ຕິດເຊື້ອບໍ່ມີອາການ, ກຸ່ມຕິດເຊື້ອມີອາການເບົາບາງ, ແລະ ກຸ່ມທີ່ມີອາການຮຸນແຮງເຖິງຂັ້ນວິກິດ. ທິດທາງການປິ່ນປົວໃໝ່ ແມ່ນແນໃສ່ ສະຫງວນຕຽງໃນໂຮງໝໍທີ່ມີເງື່ອນໄຂ ໄວ້ສໍາລັບຄົນເຈັບທີ່ມີອາການຮ້າຍແຮງ ເພື່ອປິ່ນປົວແບບວິກິດ, ສໍາລັບຄົນເຈັບຕິດເຊື້ອ ແຕ່ຍັງແຂງແຮງດີ ບໍ່ມີອາການຫຍັງ ແມ່ນອະນຸຍາດໃຫ້ປິ່ນປົວຢູ່ເຮືອນໄດ້.

ກະຊວງສາທາ ໄດ້ສ້າງທິມແພດພິເສດ ເພື່ອດູແລຄົນຕິດເຊື້ອທີ່ປີ່ນປົວຢູ່ເຮືອນ ຜ່ານການຕິດຕໍ່ທາງໂທລະສັບຜ່ານສາຍດ່ວນ 164 ຊື່ງເປັນສາຍດ່ວນສະເພາະ ເພື່ອຕິດຕາມ ແລະ ໃຫ້ຂໍ້ແນະນໍາແກ່ຄົນເຈັບທີ່ປິ່ນປົວຕົນເອງຢູ່ເຮືອນຕາມຄວາມຕ້ອງການ.

ຕໍ່ແນວທາງການປິ່ນປົວໃໝ່ນີ້ ເງື່ອນໄຂຕົ້ນຕໍຂອງຄອບຄົວ ເພື່ອກຽມພ້ອມປິ່ນປົວຄົນຕິດເຊື້ອຢູ່ເຮືອນປະກອບມີ: ມີຫ້ອງສໍາລັບແຍກປ່ຽວຄົນຕິດເຊື້ອ, ມີຄົນດູແລໄດ້ຕະຫຼອດ 14 ວັນທີ່ແຍກປ່ຽວ, ມີຄວາມສາມາດສື່ສານຕິດຕໍ່ຫາທິມແພດເພື່ອລາຍງານສະພາບ ແລະ ເມື່ອຕ້ອງການການຊ່ວຍເຫຼືອພ້ອມທັງບໍ່ມີປັດໃຈສ່ຽງອື່ນທີ່ເປັນຂໍ້ຫ້າມ.

ໃນລາຍລະອຽດ ກ່ຽວກັບເງື່ອນໄຂອື່ນໆ ແລະ ຜູ້ປິ່ນປົວຢູ່ເຮືອນຕ້ອງຕິດຕາມຕົນເອງແນວໃດ ແລະ ປິ່ນປົວແນວໃດນັ້ນ ແມ່ນໃຫ້ຕິດຕາມໃນລາຍການສໍາພາດລະອຽດຂອງສູນສື່ສານການແພດສຸກຂະສຶກສາ ເພື່ອເຂົ້າໃຈໃຫ້ເລິກເຊິ່ງ ແລະ ລະອຽດ.

ໃນຂະນະທີ່ ການແຜ່ເຊື້ອໃນນະຄອນຫຼວງວຽງຈັນຍັງບໍ່ມີທ່າອ່ຽງຫຼຸດລົງ ກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດນະຄອນຫຼວງວຽງຈັນຮ່ວມກັບ ພ້ອມກັບບັນດາເມືອງ 9 ເມືອງ ໄດ້ປັບຍຸດທະສາດໃໝ່

ຈາກທ່າຮັບຄົນເຈັບໃນສະຖານບໍລິການ ມາເປັນທ່າບຸກ ເພື່ອຄົ້ນຫາຄົນຕິດເຊື້ອໃຫ້ໄວທີ່ສຸດ ໃນບ້ານແດງໃໝ່ ແລະ ແຍກປິ່ນປົວຜູ້ຕິດເຊື້ອໃຫ້ໄວທີ່ສຸດ ພ້ອມທັງຄົ້ນຫາຜູ້ໄກ້ຊິດ ເພື່ອກັກຕົວສະກັດກັ້ນການແຜ່ເຊື້ອ ລວມທັງການຄົ້ນຫາກຸ່ມເປົ້າໝາຍທີ່ຍັງບໍ່ທັນສັກວັກຊິນ ເພື່ອຈະໄດ້ສັກວັກຊິນໄປພ້ອມໃຫ້ໄດ້ 100%

ໂດຍການຮ່ວມມືກັບອໍານາດການປົກຄອງຂອງບ້ານນັ້ນ ພ້ອມທັງ ຄອບຄົວຜູ້ຕິດເຊື້ອ ແລະ ຄອບຄົວອ້ອມຂ້າງທັງໝົດມີສ່ວນຮ່ວມ ເປັນເຈົ້າການປະຕິບັດເພື່ອໃຫ້ບ້ານຂອງຕົນເອງ ຫຼຸດພົ້ນຈາກການເປັນບ້ານແດງຕາມກໍານົດເວລາ ຫຼື ຫຼຸດໄວກວ່ານັ້ນຍິ່ງດີ.

Leave a Reply

Your email address will not be published. Required fields are marked *

Back to top button