ເກີດເຫດໄຟໄໝ້ເຮືອນພັກ ຢູ່ຮ້ານອາຫານແພເມືອງຟ້າ

ໃນເວລາ 04:00 ຂອງວັນທີ 16/5/2022 ໄດ້ເກີດເຫດໄຟໄໝ້ເຮືອນພັກ ( ພະນັກງານ) ຢູ່ຮ້ານອາຫານແພເມືອງຟ້າ, ເຈົ້າຂອງຊື່ ນາງ ອານັນຕະໄຊ ນິລະສິນ , ອາຍຸ 25 ປີ, ອາຊີບຄ້າຂາຍ, ຢູ່ບ້ານ ລັດຕະນະລັງສີເໜືອ, ໜ່ວຍ 35, ນະຄອນໄກສອນ, ແຂວງສະຫວັນນະເຂດ

.- ລວມມູນຄ່າເສຍຫາຍ: 278.400.000 ກີບ- ສາເຫດ: ຍ້ອນການຈູດທູບກັນຍຸງ ແລ້ວຂາດສະຕິບໍ່ຕິດຕາມເຮັດໃຫ້ເກີດໄຟໄໝ້- ເຈົ້າໜ້າທີ່ໄດ້ເອົາລົດມອດໄຟອອກຈຳນວນ 05 ຄັນ, ພ້ອມພະນັກງານ 15 ສະຫາຍ, ໃຊ້ເວລາໃນການດັບມອດ 02 ຊົ່ວໂມງ 30 ນາທີ ຈິ່ງສາມາດຄວບຄຸມໄຟໄດ້.

– ຈາກເຫດການດັ່ງກ່າວ, ສາມາດຖອດຖອນບົດຮຽນໄດ້ວ່າ: ການຈູດທູບໃຕ້ທຽນ, ຈູດຢາກັນຍຸງ ຫຼື ການນຳໃຊ້ຟືນໄຟໃນເຮືອນຊານ ຕ້ອງໄດ້ມີສະຕິ, ຕິດຕາມ, ເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ເພື່ອປ້ອງກັນບໍ່ໃຫ້ເກີດອັກຄີໄພ, ຫຼື ເມື່ອເກີດໄຟໄໝ້ຕ້ອງຈຳກັດຜົນເສຍໃຫ້ໄດ້ຫຼາຍທີ່ສຸດ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button