ຊີ້ແຈງກໍລະນີຫາງສຽງສັງຄົມກ່ຽວກັບປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ

ຊີ້ແຈງກໍລະນີຫາງສຽງສັງຄົມກ່ຽວກັບປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ

ຊົມຄລີບ

ຈາກກໍລະນີທີ່ມີປະຊາຊົນຄົນໜຶ່ງຖ່າຍຄລິບແລ້ວໂພສລົງສື່ສັງຄົມອອນລາຍໃນຕອນເຊົ້າວັນທີ 14 ພຶດສະພາ 2022 ວ່າ:

ປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ, ແຕ່ຂາຍໃຫ້ພໍ່ຄ້າຊື້ນໍ້າມັນ ແລ້ວເອົາມາຂາຍຕໍ່ໃນລາຄາແພງ ເຮັດໃຫ້ເກີດສຽງວິພາກວິຈານຈາກສັງຄົມ.

ຕໍ່ບັນຫານີ້, ທ່ານ ໄກສອນ ຈັນສີນາ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ໄດ້ຊີ້ແຈງວ່າ: ພາຍຫລັງໄດ້ເຫັນຂ່າວທີ່ເກີດຂຶ້ນ ໃນຕອນແລງຂອງວັນທີ 14 ພຶດສະພາ 2022 ເຈົ້າໜ້າທີ່ກວດກາການຄ້າແຂວງ ແລະ ເມືອງບໍລິຄັນ ໄດ້ລົງກວດກາປໍ້ານໍ້າມັນດັ່ງກ່າວ

ເຫັນວ່າການຂາຍນໍ້າມັນຂອງເຈົ້າຂອງລົດຮຸນໃດມີຄວາມຈິງແທ້ ເຊີ່ງເປັນລົດຮຸນໃດຂອງປະຊາຊົນ ບ້ານຍາມ, ເມືອງທ່າໂທມ, ແຂວງໄຊສົມບູນ ທີ່ໄດ້ຊື້ນໍ້າມັນຈາກປໍ້າທ່າສີ ແຕ່ເປັນການສັ່ງຊື້ ແລະ ມັດຈໍາເງິນລວ່ງໜ້າໄວ້ກ່ອນແລ້ວຫຼາຍມື້ ເພື່ອເອົາໄປຂາຍແກ່ປະຊາຊົນພາຍໃນບ້ານຂອງຕົນທີ່ຢູ່ຫ່າງໄກສອກຫຼີກ,

ແຕ່ພໍຊື້ອອກຈາກປໍໍ້າ ກໍ່ມີປະຊາຊົນມາຂໍແບ່ງປັນຊື້ໄປໃສ່ລົດເພື່ອແກ້ໄຂ, ເຮັດໃຫ້ມີຜູ້ມາຂໍຊື້ເພີ່ມຂື້ນຈິ່ງກາຍເປັນບັນຫາເກີດຂຶ້ນ, ສ່ວນປໍ້າດັ່ງກ່າວເວລານັ້ນ ແມ່ນນໍ້າມັນໝົດແທ້ ເນື່ອງຈາກນໍ້າມັນທີ່ສັ່ງມາໃໝ່ບໍ່ທັນລົງຖັງຈິ່ງບໍ່ທັນເປີດບໍລິການທັນໃຈລູກຄ້າ.

ທ່ານ ໄກສອນ ຈັນສີນາ ຊີ້ແຈງຕື່ມວ່າ: ຈາກເຫດການນີ້ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຮັດບົດບັນທຶກສຶກສາອົບຮົມ ແລະ ປັບໃໝເຈົ້າຂອງລົດຮຸນໃດຕາມລະບຽບກົດ ໝາຍທີ່ກໍານົດໄວ້, ສ່ວນເຈົ້າຂອງປໍ້ານໍ້າມັນທີ່ສື່ສັງຄົມອ້າງວ່າຈໍາໜ່າຍນໍ້າມັນໃຫ້ແຕ່ພໍ່ຄ້າເພື່ອໄປຂາຍຕໍ່ກິນກຳໄລ ແມ່ນບໍ່ມີຄວາມຈິງ ເພາະປໍ້າດັ່ງກ່າວເວລານັ້ນນໍ້າມັນໝົດແທ້ ຈຶ່ງຈໍາເປັນຕ້ອງປິດການບໍລິການຊົ່ວຄາວ.

ຢ່າງໃດກໍຕາມສໍາລັບປະຊາຊົນທີ່ຖ່າຍຄລິປລົງສື່ສັງຄົມອອນລາຍໃນຄັ້ງນີ້ ແມ່ນບໍ່ຍອມໃຫ້ຂໍ້ມູນເພີ່ມຕື່ມແກ່ເຈົ້າ ໜ້າທີ່ກ່ຽວຂ້ອງ ແລະ ເຫດການດັ່ງກ່າວ ແມ່ນໄດ້ຮັບການແກ້ໄຂຮຽບຮ້ອຍແລ້ວ, ຂະນະທີ່ປໍ້າດັ່ງກ່າວ ໄດ້ເປີດບໍລິການສັງຄົມຕາມປົກກະຕິແລ້ວ,

ສັງຄົມກໍ່ຄວນຢຸດວິພາກວິຈານ ຫຼື ແຊຂໍ້ມູນຕໍ່ໄປອີກ, ຖ້າມີກໍ ລະນີເກີດຂື້ນອີກ ຄວນແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ຫຼື ນາຍບ້ານ, ເມືອງ ຫຼື ເຈົ້າໜ້າທີ່ຕໍາຫຼວດ ເພື່ອແກ້ໄຂໃຫ້ທັນສະພາບ, ບໍ່ຄວນເອົາລົງສື່ສັງຄົມອອນລາຍ ເພາະເຮັດແບບນັ້ນບັນຫາຈະບໍ່ໄດ້ຮັບການແກ້ໄຂ.

Cr: ມົດແດງນ້ອຍ

Leave a Reply

Your email address will not be published. Required fields are marked *

Back to top button