ຮັດເຊຍ ໄດ້ຖອນໜ່ວຍຮົບອອກຈາກພື້ນທີ່ ຄາຄິຟ ເປັນທີ່ຮຽບຮ້ອຍແລ້ວ

ໃນວັນທີ 12 ພຶດສະພາ ທີ່ຜ່ານມານີ້, ຢູເຄຣນຊະນະກອງກຳລັງຂອງ ຣັດເຊຍ, ຫຼັງຈາກ ທີ່ໄດ້ຕິດຕາມການໂຈມຕີທາງເໜືອຂອງເມືອງ ຄາຄິຟ (Kharkiv) ທີ່ເປັນເມືອງໃຫຍ່ອັນດັບ 2, ເມືອງ ແລະ ຫຼາຍໆບ້ານທີ່ໃກ້ຊາຍຣັດເຊຍໄດ້ຖືກຍຶດ ແລະ ຖືກໂຈມຕີຈາກຣັດເຊຍ.

ໃນວັນພຸດທີ່ຜ່ານມານີ້, ຢູເຄຣນໄດ້ກ່າວວ່າ ໄດ້ຊຸກຍູ້ຂັບໄລ່ກອງກຳລັງຣັດເຊຍທາງຕະເວັນອອກ ທີ່ຢຶດຄືນບ້ານ ໄພໂທມິກ (Pytomnyk) ປະມານເຄິ່ງທາງໄປຫາຊາຍແດນຣັດເຊຍ ເຊິ່ງຢູ່ໃນທາງຫຼວງສາຍສຳຄັນທາງພາກເໜືອຂອງ ຄາຄີຟ ແລະ ໄດ້ຍຶດຄືນໃນຫຼາຍເຂດາງເໜືອຂອງເມືອງຄາຄີຟ.

ຮັດເຊຍໄດ້ລາຍງານວ່າ ໄດ້ຖອນໜ່ວຍຮົບອອກຈາກພື້ນທີ່ນັ້ນເປັນທີ່ຮຽບຮ້ອຍແລ້ວ. ການຖອນຫນ່ວຍຣົບຄັ້ງນີ້ ແມ່ນເພື່ອກູ້ຊີວິດຫນ່ວຍຮົບຄືນ.

ແຕ່ການຍອມແພ້ຄັ້ງນີ້ ຍັງບໍ່ຮູ້ວ່າ ຣັດເຊຍຈະມີຫລື ຂື້ນແຜນສູ້ ໂຈມຕີເມືອງ ຄາຄິຟ (Kharkiv) ຄືນໃຫມ່ຫລືບໍ່, ຖ້າບໍ່ມີການວາງແຜນສູ້ຄືນກໍ່ຖືວ່າ ຣັດເຊຍປະລາໄຊ ການສູ້ຮົບຄັ້ງນີ້ໃນເມືອງຄາຄິຟ (Kharkiv) ທີ່ເປັນເມືອງໃຫຍ່ອັນດັບ 2.

ຊົມຄລີບ

ຫລັງຈາກຢູ້ເຄຣນຢືດໄດ້ ເມືອງ ຄາຄິຟ (Kharkiv) ທີ່ເປັນເມືອງໃຫຍ່ອັນດັບ 2 ແລ້ວ ຢູເຄຣນຍັງ ສົ່ງລົດຖັງ ແລະອາວຸດໜັກ ໄປສະໜັບສະໜຸນກຳລັງຂອງຕົນ ໃນພາກຕາເວັນອອກຂອງປະເທດຢ່າງບໍ່ຢຸດ ເພາະວ່າ

ຣັດເຊຍພວມເປີດສາກ ບຸກໂຈມຕີເມືອງ Lyssytchansk ແລະເມືອງ Severodonetsk. AFP ..

ຊົມຄລີບ

ຂອບໃຈທີ່ມາ: ລາວໂພສ Laopost ອ້າງແຫຼ່ງຂ່າວຈາກ www.reuters.com

Leave a Reply

Your email address will not be published. Required fields are marked *

Back to top button