ບໍລິສັດພູເບ້ຍ ມາຍນິ້ງ ຈະຢຸດການດຳເນີນກິດຈະການທັງໝົດ ໃນລາວ ເມື່ອສິ້ນສຸດ ອາຍຸສຳປະທານ ໃນປີ 2025

ບໍ​ລິ​ສັດພູ​ເບ້ຍ ມາຍ​ນິ້ງ​ (Phoubia Mining) ຈະ​ຢຸດ​ຕິ​ການ​ດຳ​ເນີນ​ກິດ​ຈະ​ການ​ທັງ​ໝົດ​ໃນ​ລາວ ເມື່ອ​ສິ້ນ​ສຸດ​ອາຍຸ​ສຳ​ປະ​ທານ​ໃນ​ປີ 2025 ທັງ​ຈະ​ບໍ່​ມີ​ການ​ຕໍ່​ສຳ​ປະ​ທານ ເພາະ​ປະ​ລິມ​ານ​ແຮ່​ທາດ​ເຫຼືອ​ນ້ອຍ ​ຈຶ່ງ​ບໍ່​ຄຸ້ມ​ຄ່າ​ທີ່​ຈະ​ລົງ​ທຶນ ຊຶ່ງ​ຊົງ​ລິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າ​ໜ້​າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່​ເປີດ​ເຜີຍ​ວ່າ ບໍ​ລິ​ສັດພູ​ເບ້ຍ ມາຍ​ນິ້ງ​ (Phoubia Mining) ຜູ້​ລົງ​ທຶນ​ຂຸດ​ຄົ້ນ​ແຮ່​ຄຳ ທອງ​ແດງ ແລະ​ເງິນທີ່​ເໝືອງແຮ່ພູ​ຄຳ ແລະ​ບ້ານ​ຫ້ວຍຊ​າຍ ໃນແຂວງ​ໄຊ​ສົມ​ບູນ ໄດ້​ແຈ້ງຄວາມ​ປະ​ສົງຢ່າງ​ຊັດເຈນ​ແລ້ວ​ວ່າ ຈ​ະ​ຢຸດ​ຕິການດຳ​ເນີນກິດ​ຈະ​ການ​ທັງ​ໝົດ​ໃນ​ລາວເມື່ອ​ສິ້ນ​ສຸດ​ອາ​ຍຸ​ສຳ​ປະ​ທານ​ການ​ລົງ​ທຶນ​ໃນ​ປີ 2025

ທັງ​ຈ​ະບໍ່​ມີ​ການ​ຕໍ່​ສຳ​ປະ​ທານ​ອີກ​ດ້ວຍ ໂດຍ​ໃນ​ປັດ​ຈຸ​ບັນ​ນີ້ ​ທາງ​ບໍ​ລິ​ສັດ PhoubiaMining ​ໄດ້​ເລີ້ມ​ສົ່ງ​ຄືນ​ບາງ​ພື້ນ​ທີ່​ ໃນ​ເຂດ​ສຳ​ປະ​ທານ ທີ່​ຈະ​ບໍ່​ມີ​ການ​ຂຸດ​ຄົ້ນ​ແຮ່ທາດຢ່າງແນ່ນອນ​ແລ້ວ ເພາະການ​ສຳ​ຫລວດ​ໃນ​ໄລ​ຍະ​ທີ່ຜ່ານ​ມາ​ພົບ​ວ່າ​ມີ​ປະ​ລິ​ມານ​ແຮ່​ທາດໜ້​ອຍ ຈຶ່ງ​ບໍ່​ຄຸ້ມ​ຄ່າ​ທີ່​ຈະ​ລົງ​ທຶນ​ຂຸດ​ຄົ້ນ ແລະ​ຜະ​ລິດ​ແຮ່​ທາດ​ ໃນ​ພື້ນ​ທີ່​ດັ່ງ​ກ່າວ​ຕໍ່​ໄປ.

ທັງ​ນີ້​ໂດ​ຍ​ບໍ​ລິ​ສັດ Phoubia Mining ​ໄດ້ເລີ້ມ​ການ​ຂຸດ​ຄົ້ນ ແລະ​ຜະ​ລິດ​ແຮ່​ຄຳ ທອງ​ແດງ ແລະ​ແຮ່​ເງິນ ຢູ່​ໃນ​ພື້ນທີ່​ສຳ​ປະ​ທານກວ້າງ​ກວ່າ​ 2,600 ກິ​ໂລ​ແມດ​ມົນ​ທົນ ນັບ​ແຕ່​ປີ 1994 ເປັນ​ຕົ້ນ​ມາ ​ຊຶ່ງ​ເປັນ​ການ​ລົງ​ທຶນ 100 ເປີ​ເຊັນ ໂດຍ​ກຸ່ມ​ບໍ​ລິ​ສັດ Pan Australia ຈົນ​ເຖິງ​ປີ 2015 ຈຶ່ງ​ໄດ້​ຂາຍ​ສຳ​ປະ​ທາ​ນ​ທັງ​ໝົດ ໃຫ້ກຸ່​ມ​ບໍ​ລິ​ສັດ Guangdong Raising Holding ຈາກ​ຈີນ

ຊຶ່ງ​ການ​ຂຸດ​ຄົ້ນ​ໃນ​ປີ 2021 ສາ​ມາດ​ຜະ​ລິດ​ແຮ່​ຄຳ​ໄດ້ 126,671 ອອນ ແຮ່​ເງິນ 829,393 ອອນ ແລະ​ແຮ່​ທອງ​ແດງ 32,385 ​ໂຕນ ໂດຍ​ມີ​ອັດ​ຕາ​ຄວ​າມ​ໜາ​ແໜ້ນ ຂອງ​ປະ​ລິ​ມານ​ແຮ່​ທາດ​ທີ່ລະ​ດັບ 0.5 ​ເປິ​ເຊັ​ນ ເທົ່າ​ນັ້ນ ຊຶ່ງ​ຕ່ຳ​ກວ່າ​ເໝືອງ​ແຮ່​ເຊ​ໂປນ ທີ່ເມືອງວີ​ລະ​ບູລີ ໃນ​ແຂວງ​ສະ​ຫວັນ​ນະ​ເຂດ​ເຖິງ10​ ເທົ່າ ດັ່ງ​ທີ່​ທ່ານ​ນາງ​ມະ​ນີລັດ ອະ​ລຸນ​ລັງ​ສີ ​ຜູ້​ປະ​ສານ​ງານ​ຂອງ​ບໍ​ລິ​ສັດ Phoubia Mining ໄດ້​ໃຫ້​ການຢືນ​ຢັນ​ວ່າ:

“​ຜະ​ລິດ​ຕະ​ພັນ​ຂອງ​ເຮົາ​ເປັນ​ແຮ່ເຂັ້ມ​ຂົ້ນ​ເນາະ ຫລັງ​ຈາກ​ເອົາ​ແຮ່​ຂຶ້​ນ​ມາ​ຈາກ​ພື້ນ​ດິນມັນ​ຈະ​ມີ Grade ຢູ່ປະ​ມານ 0.5 ​ເປີ​ເຊັນ ຊຶ່ງ​ຕ່ຳ​ກວ່າ​ຂອງ​ເຊ​ໂປນ​ຫລາຍ ຂອງ​ເຊ​ໂປນເຂົາ​ເຈົ້າ​ມີ​ຄຸນ​ນະ​ພາບ​ແຮ່​ຢູ່​ປະ​ມານ 0.5 ເປີ​ເຊັນ ຫາ 6 ເປິ​ເຊັນ ສະ​ນັ້ນ​ແລ້ວ​ເວ​ລາ​ເອົາ​ຜະ​ລິດ​ແຮ່​ໂລ​ຫະ​ທອງ​ແດງ​ໃນ​ປະລິ​ມານ​ຊ່ຳ​ກັນ ເຮົາ​ຕ້ອງ​ໃຊ້​ການ​ປຸງ​ແຕ່ງ ຫລື​ວ່າ​ການ​ເຄື່ອນ​ຍ້າຍ​ແຮ່​ຕ່າງໆ 10 ເທົ່າ​ຂອງ​ເຊ​ໂ​ປນ ສະ​ນັ້ນ​ເຮົາ​ຈະ​ເປັນ​ບໍ່​ທີ່​ໃຫຍ່ກວ່າ​ເຂົາ​ເຈົ້າ”​

ແຕ່​ຢ່າງ​ໃດ​ກໍ​ຕາມ ບັນດາ​ບໍ​ລິ​ສັດ​ຈາກ​ຈີນ​ຍັງ​ໄດ້ລົງ​ທຶນ​ໃນ​ພາກ​ການ​ຂຸດ​ຄົ້ນ​ແຮ່​ທາດເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອ​ງ​ໃນ​ປີ 2021 ທີ່​ຜ່ານ​ມາ​ເພາະ​ວ່າ​ມອງ​ເຫັນ​ຜົນ​ປະ​ໂຫຍດ​ທີ່​ຈະ​ໄດ້​ຮັບ​ຫລາຍ​ຂຶ້ນ ຈາກ​ການ​ຂົນ​ສົ່ງ​ແຮ່​ທາດ​ຈາກ​ລາວ​ໄປ​ຈີນ ດ້ວຍ​ລົດ​ໄຟ​ລາວ​-ຈີນ ທີ່​ມີ​ຄວາມ​ສະ​ດວກວ່ອງ​ໄວ ແລະ​ປະ​ຫຍັດ​ການ​ຂົ​ນ​ສົ່ງດ້ວຍ​ລົດ​ບັນ​ທຸກ

ທັງ​ຍັງ​ສາ​ມາດ​ຂົ​ນ​ສົ່ງ​ໄດ້​ເພີ້ມ​ຂຶ້ນ ແລະ​ຂົນ​ສົ່ງ​ໄດ້​ຕະ​ຫລອດ 24 ຊົ່ວ​ໂມງອີກ​ດ້ວຍ ໂດ​ຍ​ສະ​ເພາະ​ແມ່ນແຮ່​ຄຳ ເງິນ ທອງ​ແດງເຫລັກ ແລະ​ຖ່ານ​ຫີນ ທີ່​ມີ​ຢູ່​ໃນ​ລາວ​ຢ່າງ​ຫລວງ​ຫລາຍ​ນັ້ນ ​ຖືເປັນ​ເປົ້າ​ໝາຍ​ທີ່​ສຳ​ຄັນ ທີ່​ບັນ​ດຳ​ລິ​ສັດ​ໄດ້​ລົງ​ທຶນ​ຂຸດ​ຄົ້ນ​ໃນ​ລາວຫລ​າຍກວ່າ 140 ກິດ​ຈະ​ກຳ​ໃນ​ປັດ​ຈຸ​ບັນ​ນີ້.

​ທັງ​ນີ້​ການ​ສຳ​ຫລວດ​ໃນ​ຊ່​ວງ​ປີ 2017 ແລະ 2021 ທີ່​ດຳ​ເນີນ​ການ​ໂດຍ​ກົມ​ໃຫຍ່​ສຳ​ຫລວດທໍ​ລະ​ນີ​ສາດ ແລະ​ບໍ່ ແຮ່​ຂອງ​ທາງ​ການ​ຈີນ​ພົບ​ວ່າ ​ໃນ​ລ​າວ​ມີ​ປະ ​ລິ​ມານ​ສຳລອງ​ຂອງ​ແຮ່​ຄຳ​ຫລາຍກວ່າ 17 ລ້ານ​ໂຕນ ທອງ​ແດງ ຫລາຍກວ່າ 182 ​ລ້ານໂຕນ ແລະ​ຖ່ານ​ຫີນ​ເກີນກວ່າ 375 ລ້ານໂຕນ ຊຶ່ງນອກ​ຈາກ​ຈະ​ເຮັດ​ໃຫ້​ບັນ​ດາ​ບໍ​ລິ​ສັດຈ​າກ ​ຈີນ ໄດ້​ຫລິງ​ເຫັນ​ເຖິງ​ຜົນ​ປະ​ໂຫຍດ ທີ່​ຈະ​ໄດ້​ຮັບ​ຢ່າງ​ຫລວງ​ຫລາຍ ແລະ​ຢ່າງ​ຍາວ​ນານ​ດ້ວຍ​ແລ້ວ ດ້ານລັດ​ຖະ​ບານ​ລາວ​ກໍ​ຫວັງ​ວ່າ ຈະ​ເປັນ​ລາຍ​ຮັບ​ທີ່ຊ່ອຍ​ຫລຸດ​ຜ່ອນ​ໜີ້​ຕ່າງ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ.

ໂດຍ​ລັດ​ຖະ​ບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ລົດ​ໜີ້​ຕ່າງ​ປະ​ເທດ​ໃຫ້​ໄດ້​ໃນ​ມູນ​ຄ່າ 1,000 ລ້ານ​ໂດ​ລາ​ສະ​ຫະ​ລັດພາຍ​ໃນ​ປີ 2025 ​ທີ່​ຖື​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ວາ​ລະ​ແຫ່ງ​ຊາດ​ດ້ານ​ເສດ​ຖະ​ກິດ ທີ່ຈະ​ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ເພາະ​ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລ​າວ​ໃນ​ປັດ​ຈຸ​ບັນ ຈັດ​ຢູ່​ໃນ​ຂັ້ນ​ວິ​ກິດ​ແລ້ວ​ຈຶ່ງ​ຕ້ອງ​ສຸມ​ໃສ່​ການ​ສ້າງ​ລ​າຍ​ຮັບຈາກ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດໃຫ້​ໄດ້​ຫລາຍ​ຂຶ້ນ.

ທັງ​ນີ້​ລັດ​ຖະ​ບານ​ລາວ​ໄດ້​ອະ​ນຸ​ມັດ​ການ​ລົງ​ທຶນ​ຂຸດ​ຄົ້ນ​ແຮ່​ທາດໃນ 319 ກິດ​ຈະ​ການ​ໃຫ້ 214 ບໍ​ລິ​ສັດ​ຕ່າງ​ຊາດໂດຍ​ລັດ​ຖະ​ບານ​ລາວ​ມີ​ລາຍ​ຮັບ​ຈາກຄ່າ​ສຳ​ປະ​ທານ​ເກີນກວ່າ 1,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນຊ່ວງ​ປີ 2016-2021

ຊຶ່ງ​ຍັງ​ບໍ່​ລວມ​ລ​າຍ​ຮັບ​ຈາກ​ພາກ​ພະ​ລັງ​ງານ​ໄຟ​ຟ້າ 1,225 ລ້ານ​ໂດ​ລາ​ສະ​ຫະ​ລັດ ​ໃນ​ໄລ​ຍະ​ດຽວ​ກັນ​ ນອກ​ຈາກ​ນັ້ນ​ລັດ​ຖະ​ບານ​ລາວ​ກໍຍັງ​ມີ​ລ​າຍ​ຮັບ ຈາກ​ຄ່າ​ສຳ​ປະ​ທານ​ແຮ່​ເຊ​ໂປນ ໃນ​ມູນ​ຄ່າ​ລວມ​ເຖິ​ງ 1,500 ລ້າ​ນໂດ​ລາ​ສະ​ຫະ​ລັດ ໃນ​ຊ່ວງ​ປີ 2003-2020.

ຟັງຄລີບສ່ຽງ

ເບີ່ງຄລີບໂຮງງານ

ຂ່າວຈາກ: VOA Lao

Leave a Reply

Your email address will not be published. Required fields are marked *

Back to top button