ສສຊ ນາງ ຂັນກາບ !.. ສະເຫນີ ໃຫ້ເລືອຜູ້ເກັ່ງໄປແຂ່ງຂັນ ໃນກອງປະຊຸມສະພາຊຸດແລ້ວ ໄດ້ຜົນອີຫລີ່
ຫຼັງຈາກນັ້ນ…ກໍມີແຕ່ຂອງແທ້!! ຮ່ວມໃຈເຊຍທິມຊາດລາວ U19 ຊຸດນີ້ບໍ່ມີເດັກເສັ້ນ, ມີແຕ່ຂອງແທ້!!
ທ່ານ ນາງ ຂັນກາບ ໄຊຍະກຸມມານ ຜູ້ແທນແຂວງ ໄຊສົມບູນ ສະເຫນີໃຫ້ລັດຖະບານ ແກ້ໄຂວຽກງານກິລາ ຮຽກຮ້ອງໃຫ້ຄັດເລືອກຄົນດ້ວຍຄວາມຍຸຕິທຳ
ເອົາຄົນເກັ່ງແທ້ໆ ບໍ່ສົນລູກເຈົ້າຫລານນາຍ. ປະຊຸມສະພາສະໄໝສາມັນເທື່ອທີ 3 ຄັ້ງທີ IX.
ຫລັງຈາກທ່າ ນາງ ຂັນກາບ ໄຊຍະກຸມມານ ຜູ້ແທນແຂວງ ໄຊສົມບູນ ໄດ້ສະເຫນີໃຫ້ລັດຖະບານ ແກ້ໄຂວຽກງານກິລາ ຮຽກຮ້ອງໃຫ້ຄັດເລືອກຄົນດ້ວຍຄວາມຍຸຕິທຳ ແລ້ວມາເບີ່ງ ທີມຊາດລາວເຮັດໄດ້ ເອົາຊະນະ ອາຍຸຕ່ຳກວ່າ19 ປີ .ແມ່ນເຮັດໄດ້ດີສຸດໆເລີຍ
ນີ້ລະຖ້າເລືອກຜູ້ເຂົ້າແຂ່ງຂັນທີ່ດີ ບໍ່ຫລີ້ນເສັ້ນໃຫຍ່ເສັ້ນນ້ອນລູກເຈົ້າຫລານນາຍ ມັນກໍ່ເຫັນໄດ້ຊັດເຈນວ່າລາວນີ້ເກັງຫລາຍ. ສະນັ້ນທິມຊາດລາວທິີ່ຊະນະລວດເລີຍ 5 ນັດ ຖືວ່າ ເປັນປະຫວັດສາດຄັ້ງທຳອິດທີ່ທີມຊາດລາວຊະນະທຸກນັດ ຈົນສາມາດເຂົ້າໄປຊິງຊະນະເລີດ ໃນລາຍການນີ້.
ເຊິ່ງນັດຊິງຊະນະເລີດ ຈະແຂ່ງຂັນ ໃນວັນທີ 15 ກໍລະກົດ 2022 , ເວລາ 20:00 ຕາມເວລາປະເທດລາວ.
ຊົມຄີບ