ສະຖານທີ່ສ່ຽງ ກໍ່ມີ ຮ້ານ ແ ລ ກປ່ ຽນ ຢູ່ ແຄມຂອງ

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ໃນເຊົ້າວັນທີ 29 ສິງຫາ 2021 ນີ້ວ່າ: ສະຖານທີ່ສ່ຽງນະຄອນຫຼວງວຽງຈັນມີດັ່ງນີ້:

ຮ້ານ ປີ້ງຫູໝູ ຢູ່ບ້ານໂພນຕ້ອງ, ເມືອງຈັນທະບູລີ, ຄລີນິກແຂ້ວຢູ່ 3 ແຍກໄຟແດງໂພນປ່າເປົ້້າ, ຮ້ານຕຳຢູ່ເຂດຖະໜົນຄູວຽງ, ກົງກັນຂ້າມກັບຮ້ານຂາຍໝາ, ຮ້ານປະດັບຍົນ ດົງປ່າແຫຼບ, ເມືອງຈັນທະບູລີ, ຕະຫຼາດຫົວຂົວ, ຕະຫຼາດສວນມອນ, ຮ້ານເຝີ 123 ຢູ່ໜ້າ ປກສ, ຮ້ານແລກປ່ຽນເງີນຕາຢູ່ທະນາຄານການຄ້າ(ແຄມຂອງ)

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 28 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,961 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ195 ຄົນ ເຊິ່ງ ຕິດເຊື້ອໃນຊຸມຊົນເຖິງ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ 97 ຄົນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,641 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,901 ຄົນ.

ກໍລະນີນໍາເຂົ້າ ມີ 97 ຄົນ ແມ່ນມາຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 7 ຄົນ, ຄຳມ່ວນ 9 ຄົນ, ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ

ການຕິດເຊື້ອໃນຊຸມຊົນ 98 ຄົນ ໃນວັນທີ 28 ສິງຫາ 2021 ມີຂໍ້ມູນດັ່ງນີ້: ນະຄອນຫຼວງ 12 ຄົນ, ບໍ່ແກ້ວ 15 ຄົນ, ຫຼວງພະບາງ 4 ຄົນ, ຫຼວງນ້ຳທາ 2 ຄົນ, ອຸດົມໄຊ 2 ຄົນ, ວຽງຈັນ 1 ຄົນ, ຄຳມ່ວນ 5 ຄົນ, ສະຫວັນນະເຂດ 57 ຄົນ.

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

ນະຄອນຫຼວງ 12 ຄົນ : ເມືອງຫາດຊາຍຟອງ: ບ້ານທ່າເດື່ອ 2 ຄົນ, ບ້ານປາກເບັງ 1 ຄົນ ແມ່ນນອນໃນຈຸ້ມບ້ານໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ-ເປັບຊີ, ເມືອງໄຊທານີ: ບ້ານຈະເລີນໄຊ 2 ຄົນ, ບ້ານຕານມີໄຊ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read), ເມືອງນາຊາຍທອງ: ບ້ານດົງຫຼວງ 1 ຄົນ, ບ້ານນາສ້ຽວ 1 ຄົນ, ບ້ານສີເກີດ 1 ຄົນ, ບ້ານໂພນແກ້ວ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read), ເມືອງສີສັດຕະນາກ: ບ້ານຈອມເພັດ 2 ຄົນ

ສຳລັບສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ ມີ: ບໍລິສັດລັດວິສາຫະກິດຂົນສົ່ງທາງບົກທາງນ້ຳ , ບ້ານທ່າພະລານໄຊ, ເມືອງສີສັດຕະນາກ, ຮ້ານເຂົ້າປຽກຢູ່ຂ້າງວັດພັນໝັ້ນ, ເມືອງສີສັດຕະນາກ, ຮ້ານ ປີ້ງຫູໝູ ຢູ່ບ້ານໂພນຕ້ອງ, ເມືອງຈັນທະບູລີ, ຄລີນິກແຂ້ວຢູ່ 3 ແຍກໄຟແດງໂພນປ່າເປົ້້າ, ຮ້ານຕຳຢູ່ເຂດຖະໜົນຄູວຽງ, ກົງກັນຂ້າມກັບຮ້ານຂາຍໝາ, ຮ້ານປະດັບຍົນ ດົງປ່າແຫຼບ, ເມືອງຈັນທະບູລີ, ຕະຫຼາດຫົວຂົວ, ຕະຫຼາດສວນມອນ, ຮ້ານເຝີ 123 ຢູ່ໜ້າ ປກສ, ຮ້ານແລກປ່ຽນເງີນຕາຢູ່ທະນາຄານການຄ້າ(ແຄມຂອງ)

ບໍ່ແກ້ວ 15 ຄົນຈາກ ເມືຶອງຕົ້ນເຜິ້ງ ເປັນກໍລະນີສຳຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ປະກອບມີ: ບ້ານສີເມືອງງາມ 3 ຄົນ, ບ້ານຄຸນບົງ 6 ຄົນ, ເຂດ ພິເສດ 5 ຄົນ, ຕົ້້ນເຜິ້ງ 1 ຄົນ

ອຸດົມໄຊ 2 ຄົນກ່ຽວຂ້ອງກັບງານຊາປະນາກິດສົບຢູ່ເມືອງນ່ານ ແຂວງຫຼວງພະບາງ: ຜູ້ທີ 1 ເພດຊາຍ, ອາຍຸ 59 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນສາມີຂອງຜູ້ທີ່ໄປຮ່ວມງານສົບ, ຢູ່ບ້ານນາຝາຍ, ເມືອງນານ, ຜູ້ທີ 2 ເພດຍິງ, ອາຍຸ 36 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນພີ່ນ້ອງກັນ.

ຫຼວງນ້ຳທາ 2 ຄົນ ກຸ່ມທີ່ກ່ຽວພັນ ກັບ ບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ, ໃນນັ້ນ 01 ຄົນ ແມ່ນເດັກອານຸບານ ເຂົ້າໂຮງຮຽນອະນຸບານ (ກຸ່ມສຳຜັດ ທັງໝົດ 55 ຄົນ ໄດ້ເກັບຕົວຢ່າງ ແລະ ພັກ ຈຳກັດບໍລິເວນແລ້ວ ໃນນັ້ນ ມີເດັກອານຸບານທັງໝົດ 37 ຄົນ, ຄູ 5 ແລະ ຄອບຄົວທີ່ເປັນເຈົ້າຂອງໂຮງຮຽນ)

ຫຼວງພະບາງ 4​ ຄົນ ທັງໝົດເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ ໄດ້ລາຍງານ ຜ່ານມາ

ຄຳມ່ວນ 5 ຄົນ ໃນນັ້ນ 3 ຄົນແມ່ນຄອບຄົວດຽວກັນທີ່ພົວພັນກັບຜູ້ຕິດເຊື້ອມາກ່ອນ ແລະ 01 ຄົນ ເປັນເພດຊາຍ, ອາຍຸ 44 ປີ ອາຊີບພະນັກງານຂັບລົດ, ບ້ານມ່ວງໄຂ່, ເມືອງຫີນບູນ

ສະຫວັນນະເຂດ 57 ຄົນ ມາຈາກ:ຈຸ້ມບ້ານ ໂພນສະຫວ່າງເໜືອ ມີ 19 ຄົນ ຊື່ງບ້ານນີ້ ເຄີຍໄດ້ລາຍງານໃນວັນທີ 26 ສິງຫາ ທີ່ຜ່ານມາ; ຈຸ້ມພະນັກງານຂັບລົດ ລັດຕະນະວົງ ແລະ ບໍລິສັດ ຂັບລົດຂົນສົ່ງ ມີ 08 ຄົນ, ຈຸ້ມບ້ານລັດຕະນະລັງສີ ມີ 08 ຄົນ, ເຫຼືອນັ້ນ ແມ່ນ ແບບກະແຈກກະຈາຍ ໃນບ້ານເທດສະບານຂອງນະຄອນໄປສອນ.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

Back to top button