ບໍລິສັດ​ PTT ອອກມາ ຊີ້ແຈ້ງເລື່ອງ ປ້ຳນ້ຳມັນ ສວຍໂອກາດ ໃຫ້ລູກຊື້ເຄື່ອງແລກສິດ ເຕີມນ້ຳມັນ

ສະບາຍດີ ລູກຄ້າທີ່ຮັກແພງທຸກທ່ານ..​ບໍລິສັດ ພີທີທີ (ລາວ) ຈຳກັດ ຂໍຊີ້ແຈງເຖີງລູກຄ້າທີ່ຮັກແພງ ຈາກສຽງວິພາກວິຈານຂອງສັງຄົມໃນສື່ອອນລາຍ ທີ່ໄດ້ມີການກຳນົດເງື່ອນໄຂໃນການເຕີມນ້ຳມັນທີ່ ສະຖານີບໍລິການນ້ຳມັນ ພີທີທີ ວຽງຈະເລີນ (ສະຖານີຕົວແທນຈຳຫນ່າຍ).

ຈາກສຽງວິພາກວິຈານຂອງສັງຄົມໃນສື່ອອນລາຍ ທີ່ໄດ້ມີການກໍານົດ ເງື່ອນໄຂໃນການເຕີມນ້ໍາມັນ ທີ່ສະຖານີບໍລິການນ້ໍາມັນ ພີທີທີ ວຽງຈະເລີນ (ສະຖານີຕົວແທນຈໍາຫນ່າຍ). ທາງ ບໍລິສັດ ພີທີທີ (ລາວ) ຈໍາກັດ ຈຶ່ງຂໍຊີ້ແຈງວ່າ ເປັນການກະທໍາໂດຍພາລະການ ທີ່ບໍ່ໄດ້ຮັບອະນຸຍາດຈາກທາງບໍລິສັດ.

ບໍລິສັດ ພີທີທີ່ (ລາວ) ຈໍາກັດ ບໍ່ມີນະໂຍບາຍຈໍາແນກລູກຄ້າ, ລູກຄ້າທຸກທ່ານສາມາດເຂົ້າມາໃຊ້ບໍລິການ ພາຍໃນປ້ໍາໄດ້ໂດຍບໍ່ມີເງື່ອນໄຂ ຕໍ່ກັບເຫດການດັ່ງກ່າວ ທາງບໍລິສັດ ໄດ້ມີການກວດສອບ ແລະ ໄດ້ມີການກ່າວ ເຕືອນ ເພື່ອບໍ່ໃຫ້ເກີດເຫດການໃນລັກສະນະນີ້ອີກ.

ທາງບໍລິສັດ ຂໍສະແດງຄວາມຂໍໂທດມາຍັງລູກຄ້າ ທຸກໆທ່ານ ທີ່ ປ່ອຍໃຫ້ເຫດການແບບນີ້ເກີດຂຶ້ນ ແລະ ຂໍສະແດງຄວາມຂອບໃຈ ລູກຄ້າທຸກທ່ານທີ່ໄວ້ວາງໃຈ ໃຊ້ບໍລິການນ້ໍາ ນ້ໍາມັນ ພີທີທີ (ລາວ) ຢ່າງຕໍ່ເນື່ອງ.

ບໍລິສັດມີເປົ້າຫມາຍໃຫ້ບໍລິການນ້ໍາມັນຄຸນະພາບ ດ້ວຍການບໍລິການທີ່ມີມາດຕະຖານ ເພື່ອໃຫ້ເປັນຈຸດແວະ ພັກເຕີມເຕັມຄວາມສຸກສໍາຫຼັບນັກເດີນທາງ ດ້ວຍສິ່ງອໍານວຍຄວາມສະດວກ ແລະ ຮ້ານຄ້າຄົບວົງຈອນ ຄວບຄູ່ໄປ ກັບການດູແລຊຸມຊົນ, ສັງຄົມ ແລະ ສິ່ງແວດລ້ອມ.

ດັ່ງນັ້ນ, ຫາກພົບເຫັນການກະທໍາທີ່ບໍ່ສອດຄ່ອງກັບນະໂຍບາຍຂອງບໍລິສັດ ສາມາດແຈ້ງຂໍ້ມູນຕາມເບີໂທທີ່ ແນບມາດ້ານລຸ່ມ ທາງບໍລິສັດພ້ອມຮັບຟັງ ແລະ ພ້ອມນ້ອມຮັບຄວາມຄິດເຫັນທຸກປະການ ເພື່ອນໍາມາປັບປຸງ. ໂທ : 020 555-486-39, 020 555-488-17

ຮຽນມາດ້ວຍຄວາມນັບຖືເປັນຢ່າງສູງ ອຸດສາຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button