ຟິນແລນ ຕັດສິນໃຈສະໝັກເຂົ້າຮ່ວມເປັນສະມາຊິກນາໂຕ

ປະທານາທິບໍດີຟິນແລນ ເຊົາລີ ນີນິສເຕີ ໄດ້ອະນຸມັດໃຫ້ຟິນແລນເຂົ້າຮ່ວມນາໂຕ ເປັນທີ່ຮຽບຮ້ອຍແລ້ວ ຂັ້ນຕອນຕໍ່ໄປແມ່ນ ການສົ່ງເຂົ້າລັດສະພາເພື່ອລົງອະນຸມັດຄຳຂໍດັ່ງກ່າວ

ນີ້ແມ່ນການປ່ຽນນະໂຍບາຍຄວາມໝັ້ນຄົງຄັ້ງໃຫຍ່ຂອງຟິນແລນ ແລະ ຢູໂຣບ ຈະສົ່ງຜົນການປ່ຽນແປງຄັ້ງສຳຄັນໃນຂະນະທີ່ສົງຄາມໃນຢູເຄຣນກຳລັງດຳເນີນຢູ່.

ໃນວັນທີ 12 ພຶດສະພາ ທີ່ຜ່ານມານີ້, ປະທານາທິບໍດີ ເຊົາລີ ນີນິສເຕີ ແລະ ນາຍົກ ຊັນນາ ມາລິນ ຂອງຟິນແລນ ໄດ້ອອກແຖງການຮ່ວມກັນ ປະກາດຍື່ນໃບສະໝັກເຂົ້າຮ່ວມເປັນສະມາຊິກອົງການສົນທິສັນຍາອັດລັງຕິກ ຫຼື NATO.

ໂດນທັງສອງທ່ານໃຫ້ເຫດຜົນວ່າ ເພື່ອເປັນການເສີມຄວາມໝັ້ນຄົງ ໃນຂະນະທີ່ສົງຄາມໃນຢູເຄຣນຍັງດຳເນີນຢູ່, ການເຂົ້າເປັນສະມາຊິກນາໂຕ ຈະເຮັດໃຫ້ຟິນແລນ ແລະ ນາໂຕໄດ້ປະໂຫຍດໃນດ້ານຄວາມໝັ້ນຄົງຂອງທັງສອງຝ່າຍ ແລະ ຈະສະເໜີເພື່ອໃຫ້ລັດສະພາຮັບຮອງໃນໄວໆນີ້.

ນອກຈາກຟິນແລນແລ້ວ ຍັງມີປະເທດສວີເດັນ ກຳລັງຈະຍື່ນສະໝັກເພື່ອເປັນສະມາຊິກນາໂຕ.

ຂະບວນການເຂົ້າເປັນສະມາຊິກນີ້ ຕ້ອງໃຊ້ເວລາຢ່າງໜ້ອຍ 1 ປີ, ສິ່ງທີ່ທັງ 2 ປະເທດກັງວົນຄື ຫາກມີການໂຈມຕີຮຸກຮານລະຫວ່າງຂະບວນການສະໝັກເຂົ້ານາໂຕນີ້ ຈະເຮັດແນວໃດ.

ຄລີບ

ຂອບໃຈທີ່ມາ: ລາວໂພສ Laopost ເຊີ່ງອ້າງ ແຫຼ່ງຂ່າວຈາກ ຊີເອນເອນ

Leave a Reply

Your email address will not be published. Required fields are marked *

Back to top button