ລ່າສຸດທາງປໍ້າ ປຕທ ສີ່ແຍກທາດຫຼວງຍົກເລີກກົດແລ້ວ

ວັນທີ 12 ພຶດສະພາ 2022 ນີ້ ສັງຄົມສ່ອງແສງບັນຫາປໍ້ານໍ້າມັນປໍ້າໜຶ່ງ ໃນນະຄອນຫລວງວຽງຈັນ ຕິດປະກາດການຂາຍສິນຄ້າ ເພື່ອແລກປ່ຽນກັບສິດໃນການໃສ່ນໍ້າມັນ ເຊິ່ງເຂົ້າຂ່າຍສວຍໂອກາດບັງຄັບຂາຍບໍລິການ ໃນຍາມວິກິດ.

ທັງນີ້ ໄດ້ມີຫຼາຍໆປະເດັນຂຶ້ນກ່ຽວກັບນ້ຳມັນໃນໄລຍະຫຼາຍມື້ມານີ້ ເຊັ່ນດຽວກັນກັບມື້ນີ້ ວັນທີ 12 ພຶດສະພາ 2022 ໄດ້ມີຜູ້ໃຊ້ ໄດ້ອອກມາໂພສຮູບພາບກ່ຽວກັບເງື່ອນໄຂໃນການຕື່ມນ້ຳມັນຂອງ ປ້ໍານ້ຳມັນ ປຕທ ສາຂາ ສີ່ແຍກທາດຫຼວງ

ທີ່ລູກຄ້າຕ້ອງໄດ້ຊື້ເຄື່ອງດື່ມພາຍໃນ ຮ້ານ ອາເມຊອນ ເປັນຈຳນວນ 100,000 ກີບ ສຳລັບລົດໃຫຍ່ ແລະ 50,000 ກີບ ສໍາລັບລົດຈັກຈຶ່ງຈະມີສິດຕື່ມນ້ຳມັນໄດ້.

ຈາກໂພສທີ່ອອກມາໃຫ້ຂໍ້ມູນວ່າ ປ້ຳນ້ຳມັນ ປຕທ ສີ່ແຍກທາດຫຼວງ ອອກກົດວ່າຕ້ອງຊື້ເຄື່ອງດື່ມ 100,000 ກີບກ່ອນຈຶ່ງສາມາດຕື່ມນ້ຳມັນໄດ້

ກາຍເປັນຫາງສຽງສັງຄົມໃນໂລກໂຊຊຽວ ເກີດສຽງວິພາກວິຈານກັນຢ່າງແຜ່ຫຼາຍເຖິງການຕະຫຼາດທີ່ສວຍໂອກາດໃນຍາມວິກິດແບບນີ້ ເຊິ່ງຫຼ້າສຸດ ພະລັງໂຊຊຽວກໍເກີດຜົນ ມີຜູ້ບໍລິໂພກໄດ້ອອກມາໃຫ້ຂໍ້ມູນໃນໂຊຊຽວວ່າ ປ້ຳນ້ຳມັນດັ່ງກ່າວໄດ້ຍົກເລີກກົດນັ້ນແລ້ວ ທຸກຄົນສາມາດໄປຕື່ມນ້ຳມັນໄດ້ແບບບໍ່ຕ້ອງຊື້ເຄື່ອງດື່ມກ່ອນໄດ້ແລ້ວ.

,,,

Leave a Reply

Your email address will not be published. Required fields are marked *

Back to top button