ຕ້ອງຊື້ເຄື່ອງ ຄົບ 100 000 ກີບຈັງເຕີມນ້ຳມັນໃຫ້ …ບໍ່ລວມຄ່ານ້ຳມັນ

ປໍ້ານໍ້າມັນແຖວສີ່ແຍກທາດຫຼວງ ຕ້ອງຊື້ເຄື່ອງໃນອາເມຊອນຈັງໃຫ້ເຕີມນໍ້າມັນໃຫ້ ລົດໃຫຍ່ ຕ້ອງຊື້ ຄົບ100 000 ກີບຈັງເຕີມໃຫ້ ລົດຈັກ ຕ້ອງຊື້ຄົບ 50 000 ກີບ ຈັງເຕີມໃຫ້

,,

ດ້ວຍຄວາມທີ່ນໍ້າມັນຈະໝົດເຮົາກໍ່ຈຳເປັນຕ້ອງຊື້ ເລື້ອງນີ້ສະແດງໃຫ້ເຫັນ ເຖິງ ຈັນຍາບັນ ຂອງ ການບໍລິການ ຖ້າຄິດຫາຄົນທີບໍ່ມີແທ້ໆ ຄົນທີຕ້ອງຫາກິນແບບຍາກລຳບາກ ເຂົາມາຕໍ່ຄິວໃສ່ເດ ຖືເງິນມາບໍ່ຮອດຈະເຮັດແນວໃດ ເງິນພຽງຈະຊື້ເຂົ້າກິນເຂົາກໍ່ຫາຍາກແລ້ວ ຄົນທີຍັງຕໍ່ຄິວຍາວ ຍັງບໍ່ທັນຮູ້ວ່າເວລາຮອດແລ້ວຈະຕ້ອງເຈິແບບນີ້

ທີ່ມາ: Souphaxay Steven Unity

Leave a Reply

Your email address will not be published. Required fields are marked *

Back to top button