ແມ່ຕູ້ອາຍຸສູງ ຮັບຈ້າງຕັດອ້ອຍກາງແດດຮ້ອນ ຫາລ້ຽງເຫຼນ ອາຍຸ 10 ເດືອນ

ນີ້ເປັນອີກເລື່ອງໜຶ່ງຂອງແມ່ຕູ້ ສູ້ຊີວິດ ທາງນີ້ເຫັນແລ້ວກໍຕ້ອງຮູ້ສຶກສົງສານສຸດຫົວໃຈ ໄປຕາມກັນ. ຈາກທີ່ໄດ້ມີຜູ້ໃຊ້ເຟສບຸກລາຍຫນຶ່ງ ທີ່ມີຊື່ວ່າ พี่ฟิวส์กะน้องแก้ม ໄດ້ເຜີຍແຜ່ຮູບພາບຂອງແມ່ຕູ້ອາຍຸສູງຄົນຫນຶ່ງ ພ້ອມ​ທັງ​ລະບຸ​ຂໍ້​ຄວາມ​ໃນ​ໂພດຄວາມ​ສັ້ນໆ​ວ່າ “ ສົງສານແມ່ຕູ້ແທ້ ລາວມາຮັບຈ້າງຕັດອ້ອຍໃຜມີຫຍັງຝາກໃຫ້ແມ່ຕູ້ໄດ້ນະ ”

ແລະ ພາຍຫຼັງທີ່ໄດ້ຖາມວ່າ ກໍຮູ້ຈັກຊື່ແມ່ຕູ້ຄົນນີ້ ຊື່ວ່າ ນາງ ອວນ ຈຽດໄປສົງ ອາໃສຢູ່ບ້ານເລກທີ 98 ຫມູ່.5 ບ້ານ. ຫາຍໂສກ, ເມືອງ ພຸດໄທສົງ, ຈັງຫວັດ ບູລີຣາມ ໂດຍປະຈຸບັນອາໄສຢູ່ກັບຫລານສາວຂອງລາວ ອາຍຸ 22 ປີ ແລະ ຍັງມີລູກນ້ອຍອາຍຸ 10 ເດືອນ

ສ່ວນແມ່ຕູ້ນັ້ນກໍ່ມີລາຍຮັບຈາກເງິນຜູ້ສູງອາຍຸ ຄົນພິການ ແລະ ບັດພະນັກງານລັດຖະກອນ ບັດສະຫວັດດີການຂອງລັດ ທີ່ຈະນຳໄປໃຊ້ເຂົ້າໃນຊີວິດການເປັນຢູ່ຂອງຫຼານໆ ໄດ້ໃນແຕ່ລະເດືອນ

ສຸດທ້າຍນີ້ ໂປສເຕີໄດ້ຝາກຂໍ້ຄວາມໄວ້ໃຫ້ຜູ້ໃຈບຸນ ທີ່​ຕ້ອງ​ການ​ທີ່​ຈະ​ຊ່ວຍ​ເຫຼືອທັງ 3 ຊີ​ວິດ​ທີ່​ທຸກ​ຍາກ​ ໄດ້ພໍມີເຂົ້າກິນໃນແຕ່ລະມື້ ກໍສາມາດທີ່ຕິດໄດ້ທີ່ເຈົ້າຂໍເຟສບຸກໄດ້ໂດຍຕົງເລີຍ

ຫຼ້າສຸດ ຫຼັງຈາກທີ່ມີຊາວເນັດຫຼາຍຄົນເຂົ້າມາຊ່ວຍ ແລະ ແຊຕໍ່ກັນຢ່າງຕໍ່ເນື່ອງ ຜູ້ໂພດກໍໄດ້ອັບເດດຄວາມເປັນຢູ່ຂອງແມ່ຕູ້ໃຫ້ອີກເທື່ອຫນຶ່ງ

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ: พี่ฟิวส์กะ น้องแก้ม , 191hun.com

Leave a Reply

Your email address will not be published. Required fields are marked *

Back to top button