ໃຈສະຫຼາຍ! ແມ່ຫຼົງນອນຫລັບທັບລູກນ້ອຍໄວ 2ເດືອນດັບຄາທີ່

ໃຈສະຫຼາຍ! ແມ່ຫຼົງນອນຫລັບທັບລູກນ້ອຍໄວ 2ເດືອນດັບຄາທີ່ເຫດການນີ້ເກີດຂຶ້້ນທີ່ປະເທດໄທ ເຈົ້າໜ້າທີ່ລົງກວດທີ່ເກີດເຫດພົບຮ່າງເດັກນ້ອຍເພດຍິງອາຍຸ 2ເດືອນ ນອນຢູ່ບ່ອນນອນ ກວດຕາມຮ່າງກາຍບໍ່ພົບບາດແຜຫຼືຮ່ອງຮອຍການຖືກທຳຮ້າຍ

ໂດຍມີຜູ້ເປັນແມ່ຢູ່ໃນອາການທີ່ຊັອກນັ່ງເບິ່ງລູກສາວລະບຸກ່ອນເກີດເຫດແມ່ນລາວໄດ້ເອົານົມໃຫ້ລູກກິນຢູ່ແລ້ວຫຼົງນອນຫຼັບ ພໍຕື່ນຂຶ້ນມາລູກກໍ່ບໍ່ຫາຍໃຈແລ້ວດ້ານສາມີໃຫ້ການວ່າ

ຫຼັງຈາກເລີກວຽກກັບມາຮອດຫ້ອງພັກ ເມຍບອກວ່າລູກບໍ່ຫາຍໃຈ ຕົນກໍ່ຮີບແລ່ນໄປເບິ່ງກໍ່ພົບວ່າລູກບໍ່ຫາຍໃຈແລ້ວຈຶ່ງໄດ້ໂທແຈ້ງໃຫ້ເຈົ້າໜ້າທີ່ມາຊ່ວຍເຫຼືອ ລູກບໍ່ຄ່ອຍແຂງແຮງດີປານໃດເນື່ອງຈາກເກີດກ່ອນກຳນົດ 1ເດືອນ

ເບື້ອງຕົ້ນເຈົ້າໜ້າທີ່ຄາດ ເປັນຍ້ອນຂະນະທີ່ຜູ້ເປັນແມ່ໃຫ້ນົມລູກອາດຈະຫຼົງຫຼັບເຕັງຈົນເສຍຊີວິດ ຈາກນັ້ນສົ່ງຮ່າງໄປຊັນນະສູດຫາສາເຫດ ພ້ອມສອບສວນດຳເນີນການຕາມກົດໝາຍ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button