ຍີ່ປຸ່ນ ຈະໃຊ້ພະລັງງານນິວເຄຣຍ ແທນການນຳໃຊ້ກາສຂອງຣັດເຊຍ

ໃນວັນພະຫັດທີ່ຜ່ານມານີ້, ນາຍົກລັດຖະມົນຕີຍີ່ປຸ່ນ ຟູມິໂອະ ຄິຊິດະ ເປີດເຜີຍວ່າຈະໃຊ້ເຄື່ຶອງປະຕິກອນນິວເຄຣຍ ເພື່ອຜະລິດໄຟຟ້າໃຊ້ໃນປະເທດ ມາທົດແທນການນຳເຂົ້າພະລັງງານຈາກຣັດເຊຍ.

ຍີ່ປຸ່ນຕ້ອງອາໃສກາສທຳມະຊາດຈາກຣັດເຊຍຫຼາຍຂຶ້ນຫຼັງຈາກທີ່ປິດໂຮງງານໄຟຟ້ານິວເຄຣຍ ຟຸກຸຊິມະ ເມື່ອປີ 2011 ເພາະເຫດໄພພິບັດຂອງປະເທດ.

ຈາກລາຄາພະລັງງານທີ່ຂຶ້ນສູງຈົນປະຊາຊົນເດືອດຮ້ອນ ນາຍົກເລີຍຕັດສິນໃຈປະກາດຫັນກັບມາໃຊ້ພະລັງງານນິວເຄຣຍ.

ຜູ້ນຳລັດຖະບານກຸງໂຕກຽວໄດ້ກ່າວວ່າ ຍີ່ປຸ່ນຕ້ອງຈຳເປັນແກ້ໄຂ ດ້ວຍການຂະຫຍາຍຂອບເຂດການຈັດຊື້ພະລັງງານ ສົ່ງເສີມການໃຊ້ພະລັງງານທົດແທນ ແລະ ພະລັງງານນິວເຄຣຍ ເພື່ອກະຈາຍຄວາມຫຼາກຫຼາຍຂອງແຫຼ່ງທີ່ມາຂອງພະລັງງານຕ່າງໆ.

ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວວ່າ ” ເຮົາຈະໃຊ້ເຄື່ອງປະຕິກອນນິວເຄຣຍທີ່ໄດ້ຮັບຮອງຄວາມປອດໄພ ເພື່ອໃຫ້ໂລກຫຼຸດການນຳໃຊ້ພະລັງງານຈາກຣັດເຊຍ ແລະ ການກັບມາເປີດເຄື່ອງປະຕິກອນນິວເຄຣຍເຄື່ອງດຽວຈະຊ່ວຍໃຫ້ຜະລິດພະລັງງານທຽບເທົ່າກັບກາສທຳມະຊາດ 1 ລ້ານໂຕນ ທີ່ຈັດສົ່ງຕະຫຼາດທົ່ວໂລກໃນແຕ່ລະປີ”.

ຫຼັງຈາກທີ່ເກີດໄພພິບັດທີ່ຟຸກຸຊິມາ ປີ 2011 ເຊິ່ງນຳວິກິດການນິວເຄຣຍນັບຕັ້ງແຕ່ເຫດ ໄພພິບັດເຊີໂນບິວ, ຍີ່ປຸ່ນຍັງຄົງມີບັນຫາກ່ຽວກັບພະລັງງານນິວເຄຣຍຢູ່ ໂດຍໃນຂະນະນີ້ມີໂຮງງານໄຟຟ້ານິວເຄຣຍທັງໝົດ 30 ໂຮງງານໃນປະເທດທີ່ຍັງເປີດຢູ່.

ສຽງສ່ວນໃຫຍ່ຂອງປະຊາຊົນໃນຍີ່ປຸ່ນຢາກໃຫ້ລັດຖະບານກັບມາເປີດເຄື່ອງປະຕິກອນນິວເຄຣຍທັງໝົດ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງທາງດ້ານພະລັງງານ ໂດຍກໍລະນີວິກິດຢູເຄຣນ ແລະ ຕົ້ນທຶຍລາຄາພະລັງງານທີ່ສູງຂຶ້ນຄືປັດໄຈລ່າສຸດທີ່ສະໜັບສະໜູນ.

ຊົມຄລີບ : ນາທີ ທີ່ 11:58 -12: 15 (ຫມາຍເຫດ: ຄລີບນີ້ ມີຄວາມເກີນ ເພາະ ມີຫລາຍຂ່າວປົນກັນຢູ່ໃນນັ້ນ ແຕ່ ສະເພາະເວົ້້າກ່ຽວກັບຂ່າວຍີ່ປຸ່ນ ຈະໃຊ້ພະລັງງານນິວເຄຣຍ ແທນການນຳໃຊ້ກາສຂອງຣັດເຊຍ ແມ່ນ ຢູ່ລະຫວ່າງ ໃນນາທີ ທີ່ 11:58 -12: 15 )

ຂອບໃຈທີ່ມາ: ລາວໂພສ Laopost ອ້າງອີງຈາກ ແຫຼ່ງຂ່າວ: ຣອຍເຕີ

Leave a Reply

Your email address will not be published. Required fields are marked *

Back to top button