ນາຍົກສິງກະໂປ ເຕືອນ ໂລກອາດປະເຊີນ ກັບເສດຖະກິດທົດຖອຍໃນ 2 ປີຂ້າງໜ້າ

ສຳນັກຂ່າວ ບລູມເບີກ ລາຍງານວ່າ ທ່ານ ຫຼີ ຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ກ່າວວ່າ ໂລກ ຕ້ອງກຽມພ້ອມເພື່ອຮັບມືກັບຄວາມທ້າທາຍດ້ານເສດຖະກິດ ເນື່ອງຈາກຂະນະນີ້ ອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບສູງມາຢ່າງຕໍ່ເນື່ອງ,

ຂະນະທີ່ທະນາຄານກາງຫຼາຍປະເທດກຳລັງປັບປ່ຽນນະໂຍບາຍດ້ານການເງິນເຂັ້ມງວດຂຶ້ນ ເຊິ່ງສະພາວະເຊັ່ນນີ້ ໂລກອາດຈະປະເຊີນກັບເສດຖະກິດທົດຖອຍໃນອີກ 2 ປີຂ້າງໜ້າ.

ນາຍົກລັດຖະມົນຕີສິງກະໂປ ກ່າວອີກວ່າ ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູ ແກຣນ ອາດຈະແກ່ຍາວໄປຮອດມື້ໃດ ຍັງບໍ່ສາມາດຄາດການໄດ້ ເຊິ່ງຄວາມຫວັງຈະໄດ້ເຫັນການຟື້ນຕົວຂອງເສດຖະກິດໂລກ ຫຼັງວິກິດໂຄວິດ – 19 ເລີ່ມຮິບຮີ່ລົງ.

ການຄາດການຂອງນາຍົກສິງກະໂປ ສອດຄ່ອງກັບຜູ້ບໍລິຫານບໍລິສັດເອກະຊົນ ແລະ ນັກເສດຖະສາດລະດັບໂລກ ທີ່ເຄີຍອອກມາເຕືອນວ່າ ເສດຖະກິດໂລກສ່ຽງປະເຊີນກັບສະພາວະທົດຖອຍ

ເນື່ອງຈາກສະຖານະການໃນອູແກຣນ ເຮັດໃຫ້ລາຄາພະລັງງານ ແລະ ອາຫານທົ່ວໂລກເພີ່ມຂຶ້ນ ກາຍເປັນແຮງກົດດັນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນ.

ຊົມຄລີບ 1…..

ຊົມຄລີບ 2….

ຂອບໃຈທີ່ມາ: www.laoedaily.com.la

Leave a Reply

Your email address will not be published. Required fields are marked *

Back to top button