ເຮືອບິນໂດຍສານ ຕົກຂຸມອາກາດເຮັດໃຫ້ຜູ້ໂດຍສານໄດ້ຮັບບາດເຈັບຫຼາຍຄົນ

ໃນວັນທີ 3 ພຶດສະພາທີ່ຜ່ານມາ ບີບີຊີ ລາຍງານວ່າ: ເຮືອບິນອິນເດຍ ສາຍການບິນສະໄປເຈັດ (SpiceJet) ພ້ອມຜູ້ໂດຍສານທັງໝົດ 200 ຄົນ

ເຊິ່ງກຳລັງເດີນທາງຈາກນະຄອນມຸມໄບ ຫາ ເມືອງທຸຣປຸຣະ ລັດເບັງກໍຕາເວັນຕົກ ຕົກຂຸມອາກາດຫຼາຍຄັ້ງ ກ່ອນລົງຈອດໃນຕອນແລງວັນອາທິດທີ 1 ພຶດສະພາ ນີ້ ເຮັດໃຫ້ຜູ້ໂດຍສານໄດ້ຮັບບາດເຈັບຢ່າງໜ້ອຍ 17 ຄົນ.

ໃນຂະນະທີ່ເຮືອບິນອອກເດີນທາງຈາກມຸມໄບເວລາ 17:53 ນາທີ ເຮືອບິນບໍ່ມີຜິດປົກກະຕິລະຫວ່າງທ່ຽວບິນ ຈົນເຖິງເວລາກ່ອນທີ່ຈະລົງຈອດຕາມກຳນົດ 35 ນາທີ ເຮືອບິນໄດ້ມີການຕົກຂຸມອາກາດເລັກໜ້ອຍ,

ຈົນເຖິງ 15 – 17 ນາທີຕໍ່ມາ ເຮືອບິນໄດ້ເດັ້ງຂື້ນ-ລົງ ແລະ ອອກທາງດ້ານຂ້າງຢ່າງຮຸນແຮງ ຈົນເຮັດໃຫ້ເຮືອບິນໂບອິງ 737 ມີສະພາບຄືກັບ ໝາກບານຢາງ.

ໃນບັນດາຜູ້ໂດຍສານທີ່ບໍ່ໄດ້ໃສ່ສາຍນິລະໄພ ໄດ້ເດັ້ງຂື້ນ ແລ້ວຕົກຈາກບ່ອນນັ່ງ ແລະ ໄດ້ມີກະເປົາຜູ້ໂດຍສານທີ່ເກັບໄວ້ດ້ານເທິງຕົກລົງມາ ໃສ່ຜູ້ໂດຍສານບາງສ່ວນໄດ້ຮັບບາດເຈັບຮຸນແຮງ.

ເມື່ອເຮືອບິນລົງຈອດໃນເວລາ 19:15 ນາທີ ຕ້ອງໃຊ້ເວລາ 1 ຊົ່ວໂມງທີ່ລົດໂຮງໝໍຈະມາຮອດເພື່ອຊ່ວຍຜູ້ໂດຍສານທີ່ໄດ້ຮັບບາດເຈັບ ແລ້ວນຳໄປຮັກສາທີ່ໂຮງໝໍ.

ຊົມຄລີບ

ທີ່ມາ: ລາວໂພສ laospost

Leave a Reply

Your email address will not be published. Required fields are marked *

Back to top button