ແຈ້ງການມອດໄຟ! ໃຜຢູ່ແຕ່ລະບ້ານນີ້ ກຽມສາກໂທລະສັບໃຫ້ເຕັມໆເດີ້

ຫນັງສືແຈ້ງມອດໄຟ ຄັ້ງນີ້ ມີຢູ່ 3 ສະບັບ, ເຊີ່ງມີລາຍລະອຽດດັ່ງນີ້

ຫນັງສືແຈ້ງມອດໄຟ ສະບັບທີ 1:

ສາຂາໄຟຟ້ານະຄອນຫຼວງ1, ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນວັນທີ 30/4/2022, ເລີ່ມແຕ່ເວລາ 08:00-11:00ໂມງ. ສາຂາໄຟຟ້ານະຄອນຫຼວງ1 ຈະໄດ້ມີການມອດໄຟ ລະບົບຕາຂ່າຍ 22kV ສາຍແຈກ MSS4.1 ມອດເລີ້ມແຕ່ ຢິວລາຍ ຫນ້າບໍລິສັດໂຄລາວ T2 ຫາ ແລວໄຟສຸດ, ເພື່ອໃຫ້ ບໍລິສັດ ບີແອວພີ ກໍ່ສ້າງ ແລະ ຕິດຕັ້ງ ໄຟຟ້າ ຈໍາກັດ ເຮັດວຽກ: ດຶງຕາຂ່າຍ 22KV ແລະ ຕິດຕັ້ງຫມໍ້ແປງ 160kVA, ຢູ່ຂົງເຂດບ້ານ ອຸບມຸງ, ເມືອງ ສີໂຄດ ຕະບອງ, ນະຄອນຫຼວງວຽງຈັນ. ເຊິ່ງອາດຈະກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນບໍລິເວນດັ່ງລຸ່ມນີ້:

1. ສະພາການຄ້າເສສວນປະຈໍາລາວ

ດັ່ງນັ້ນ, ຈຶ່ງຖືເປັນກຽດແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າເພື່ອຮັບຊາບ, ເພື່ອຫາວິທີກະກຽມ ແລະ ສ້າງເງື່ອນ ໄຂທົດແທນ ໄວ້ລ່ວງຫນ້າຢ່າງທົ່ວເຖິງ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວ

ຫນັງສືແຈ້ງມອດໄຟ ສະບັບທີ 2: ແຈ້ງເຖິງ: ຜູ້ຊົມໃຊ້ໄຟຟ້າ, ເນື່ອງຈາກລັດວິສາຫະກິດ ໄຟຟ້າລາວ, ຝ່າຍລະບົບຈໍາຫນ່າຍ, ສາຂາໄຟຟ້ານະຄອນຫຼວງ , ຈະໄດ້ມີການມອດໄຟຕາມຄຸ້ມບ້ານຕ່າງໆ, ໂຮງຈັກໂຮງງານຕ່າງໆ,

ສໍານັກງານຫ້ອງການ ຂອງລັດ ແລະ ເອກະຊົນ ເພື່ອຮັບຊາບ. ເລື່ອງ: ມອດໄຟ 22kV ສະຖານີດອນກອຍ 15/22kv, MSTT2. 4, MSTT2.1.5,MSS12, 1, 12.2, 12.3, 12.6, 12,7, 12,8, 12.9. – ອີງຕາມຫນັງສືເຊີນ ສະບັບເລກທີ 950 /ຟຟລ.ຝພ.ພສm, ລົງວັນທີ 30/04/2022 ວ່າດ້ວຍ ການປຶກສາຫາລືກ່ຽວກັບການຕັດຕໍ່ໄຟຟ້າ 22kV.

ສາຂາໄຟຟ້ານະຄອນຫຼວງ 1 ຂໍຖືເປັນກຽດແຈ້ງມາຍັງຜູ້ຊົມໃຊ້ໄຟຟ້າ ຊາບວ່າ: ວັນເສົາ ແລະ ວັນ ອາທິດ, ວັນທີ 30/04/2022-01/05/2022, ເລີ່ມແຕ່ເວລາ 04:00 – 12:00 ໂມງ, ຈະໄດ້ມີການມອດໄຟ 22kV ຂອງ ສະຖານີໄຟຟ້າ 115/22kV ດອນກອຍ (ມອດຫມົດສະຖານີ).

ເພື່ອ ໃຫ້ ບໍລິສັດ Union Resources & Engineering Co.,Ltd ເພື່ອຕັດຕໍ່ສາຍຕາຂ່າຍໄຟຟ້າ 22kV L13, L16 ທີ່ຈຸດ NT, L17, L18, L19 ທີຈຸດ N2 ແລະ ເຊື່ອມຕໍ່ L12, L14, L15 ທີ່ຈຸດ N3 ຢູ່ຂອບເຂດສະຖານີ 115kv GIS ບ້ານ ດອນກອຍ, ເມືອງ ສີສີສັດຕະ ນາກ, ແຂວງ ນະຄອນຫຼວງວຽງຈັນ. ເຊີ່ງອາດສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນຂອບເຂດ ດັ່ງລຸ່ມນີ້:

1. ບ້ານ ດອນກອຍ.

2. ບ້ານ ໂພນປ່າເປົ້າ,

3. ບ້ານ ໂພນທັນ.

4. ບ້ານ ດົງສະຫວາດ.

5. ບ້ານ ຈອມເພັດໃຕ້.

6, ໂຮງຫມໍກະເສມຣາດ,

7, ໂຮງຫມໍເສດຖາທິຣາດ,

8. ໂຮງແຊ່ເຢັນໂຮງຫມໍ 103.

ດັ່ງນັ້ນ, ຈິ່ງຖືເປັນກຽດແຈ້ງມາຍັງຜູ້ຊົມຊົມໃຊ້ໄຟຟ້າເພື່ອຮັບຊາບ, ເພື່ອຫາວິທີກະກຽມ ແລະ ສ້າງເງື່ອນ ໄຂທົດແທນໃວ້ລ່ວງຫນ້າຢ່າງທົ່ວເຖິງ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ.

ຫນັງສືແຈ້ງມອດໄຟ ສະບັບທີ 3: ສາຂາໄຟຟ້ານະຄອນຫຼວງ1, ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນວັນທີ 5/5/2022, ເລີ່ມແຕ່ເວລາ 09:3015:00ໂມງ.

ສາຂາໄຟຟ້ານະຄອນຫຼວງ ຈະໄດ້ມີການມອດໄຟ ລະບົບຕາຂ່າຍ 22kV ສາຍແຈກ MSS6.1.2, ມອດ ເລີ້ມແຕ່ ສະຖານີໄຟຟ້າທ່ານາແລ້ງ ຫາ ຫນ່ວຍຕັດໄຟ SF6 ສາມແຍກຊຽງດາ, ສາຍແຈກ MSS 12.2 ມອດເລີ່ມແຕ່ LBS ຫນ້າຮ້ານອາຫານຕົ້ນເຂົ້າ ຫາ ແລວໄຟສູດ.

ເພື່ອໃຫ້ ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ເຮັດວຽກ: ຍ້າຍຫມໍ້ ນັບພະລັງງານ 22kV ຕໍ່ເຂດ ຈາກຈຸດໂຮງຮຽນສ້າງຄູ ມາຕິດຕັ້ງຢູ່ບ້ານ ດົງຄໍາຊ້າງ(ຫນ້າໂຮງຮຽນກະສິກໍາ), ຢູ່ຂົງເຂດບ້ານ ດົງຄໍາຊ້າງ, ເມືອງຫາດຊາດຟອງ, ນະຄອນຫຼວງວຽງຈັນ. ເຊິ່ງອາດຈະກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນບໍລິເວນດັ່ງລຸ່ມນີ້:

1. ເຮືອນພັກກິ່ງແກ້ວ

2. ໂຮງແຮມ ປານີ

3. ໂຮງງານຜະລິດນ້ໍາກ້ອນ ເຢັນດີ

4. ໂຮງແຮມ ປາລັດດາ

5. ບໍລິສັດ CKL )+2

6. ໂຮງງານ ເຫຼັກ VXP

7. ໂຮງຮຽນນາງ ປານີ

8. ບ້ານຊຽງດາ

9. ຫມໍ້ແປງສ່ວນຕົວ

10. ບ້ານດົງຄໍາຊ້າງ

11. ບໍລິສັດແອັດວ້ານ

12. ຕະຫຼາດດົງຄໍາຊ້າງ

1 3. ໂຮງຮຽນສ້າງຄູດົງຄໍາຊ້າງ

14. ໂຄງການພັດທະນາຄຸນນະພາບການສຶກສາ

15. ບໍລິສັດອາເມຊິງວໍເຕີລາວ1+2

16. ໂຮງຮຽນການເງິນດົງຄໍາຊ້າງ

17. ໂຮງຮຽນກະສິກໍາດົງຄໍາຊ້າງ 1+2

18. ໂຮງງານຜະລິດຢາ ລາວ-ຫວຽດ

19. ໂຮງງານຜະລິດຢາ KIN

ຫນັງສືແຈ້ງມອດໄຟ ຄັ້ງນີ້ ມີຢູ່ 3 ສະບັບ, ເຊີ່ງມີລາຍລະອຽດດັ່ງນີ້

ຫນັງສືແຈ້ງມອດໄຟ ສະບັບທີ 1

ຫນັງສືແຈ້ງມອດໄຟ ສະບັບທີ 2

….

ຫນັງສືແຈ້ງມອດໄຟ ສະບັບທີ 3

Leave a Reply

Your email address will not be published. Required fields are marked *

Back to top button