ອຸຕຸແຈ້ງເຕືອນ! ຝົນ​ຕົກໜັກ ຟ້າຮ້ອງ ຟ້າ​ເຫຼື້ອມ ແລະ ລົມ​ພັດ​ແຮງ

ຝົນ​ຕົກໜັກ ຟ້າຮ້ອງ ຟ້າ​ເຫຼື້ອມ ແລະ ລົມ​ພັດ​ແຮງ ວັນ​ທີ 29 ເມ​ສາ ຫາ 02 ພຶດ​ສະ​ພາ 2022

ເນື່ອງຈາກວ່າຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກໍາລັງແຮງເພີ້ມຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າ ແລະ ຈະມີຝົນຕົກຫນັກຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງໃນໄລຍະ 1 ຫາ 4 ວັນຕໍ່ຫນ້ານີ້:

• ໄລຍະວັນທີ 20 – 30 ເມສາ 2012: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງ ໄຊສົມ ບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ໄລຍະວັນທີ 30 ເມສາ ຫາ 01 ພຶດສະພາ 2002: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກ້ວາງ ແລະ ຕົກຫນັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ໍາທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາ ໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ໄລຍະວັນທີ່ 01 ຫາ 02 ພຶດສະພາ 2012: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວ ໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງ ດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ, ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ຫມາກເຫັບຕົກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປເພ່, ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້.

Leave a Reply

Your email address will not be published. Required fields are marked *

Back to top button