ງາຈຽງຊ່ວຍ ແກ້ອາການໄອ, ແກ້ຫວັດ, ແກ້ອາການຂໍເຄັດ, ເພິມຊູກຳລັງ, ລົດໄຂມັນ, ທ້ອງພູກ, ປ້ອງກັນພະຍາດມະເຣັງ

ງາຈຽງເປັນພືດລົ້ມລຸກ. ລຳຕົ້ນຕັ້ງຊື່ແຕກກິ່ງກ້ານຫຼາຍສາຂາ, ສູງ 1-2 ມ, ລຳຕົ້ນມີລັກສະເປັນສີ່ຫຼ່ຽມ, ພາກສ່ວນອ່ອນມີຂົນສີຂາວ ອ່ອນນຸ້ມກະຈາຍຢູ່ທົ່ວລຳຕົ້ນຢ່າງໜາແໜ້ນ, ສີຂຽວ, ພາກສ່ວນແກ່ກ້ຽງ, ມີສີຂຽວປົ່ນສີນ້ຳຕານ. 

ໃບດຽວ ອອກກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບກົມ, ໂຄນໃບມົນ, ຂອບໃບແບບແສກແຂ້ວເລືອຍ, ປາຍໃບຮຽວແຫຼມ ຫຼື ຍາວເປັນຫາງ, ກ້ວາງ 3-5 ຊມ, ຍາວ 6-10 ຊມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນຂາວອ່ອນນຸ້ມປົກຄຸມແຜ່ນໃບທັງສອງດ້ານ.

ຊໍ່ດອກແບບກະຈະ ອອກຕາມງ່າມໃບ ແລະ ປາຍກິ່ງກ້ານ, ຊໍ່ດອກໜຶ່ງມີດອກຍ່ອຍຈຳນວນຫຼາຍ. ໃບປະດັບຊໍ່ດອກດອກຮູບໄຂ່, ຍາວ 3-4 ມມ, ກ້ວາງ 2.5-3,2 ມມ, ບໍ່ມີກ້ານ, ໂຄນຕັດ, ຂອບລຽບປາຍແຫຼມ, ມີຂົນສີຂາວ.

ດອກຍ່ອຍມີຄວາມຍາວປະມານ 1,5 ມມ, ກາບດອກເຊື່ອມຕິດກັນເປັນຫຼອດຮູບຊົງກະບອກ, ຍາວ 3,5-4 ມມ, ປາຍແຍກອອກເປັນ 5 ແສກ. ກີບດອກເຊື່ອມຕິກັນເປັນຫຼອດ, ສີຂາວ.

 ເກສອນເພດຜູ້ມີ 4 ອັນຮຽງກັນເປັນຄູ່ໆຢູ່ຕາມຫຼອດກີບດອກ, ຄູ່ເທິງສັ້ນກ່ວາຄູ່ລຸ່ມ, ກ້ານເກສອນກ້ຽງ, ຖົງລະອອງເກສອນ ຮູບອັກສອນທີ.

 ເຕົ້າໄຂຮູບລະຄັງ, ຍາວປະມານ 3 ມມ, ຄໍເຕົ້າໄຂ່ຍາວປະມານ 2,6-3 ມມ, ປາຍແຍກອອກເປັນສອງແສກ, ກ້ຽງ. ໝາກດ່ຽວ, ຮູບໄຂ່ປີ້ນ, ຍາວປະມານ 2 ມມ, ເນື້ອແຂງ, ສີນ້ຳຕານ ຫຼື ສີເທົາ, ມີລາຍເປັນຮູບດາງແຫ່, ໝາກແຫ້ງບໍ່ແຕກ. ແກ່ນມີຂະໜາດນ້ອຍ, ຮູບກົມ, ສີດຳ ຫຼື ສີນ້ຳຕານ.

ການນຳໃຊ້

ປະຊາຊົນຍັງນຳໃຊ້ເຂົ້າໃນການປຸ່ງແຕ່ງອາຫານເຊັ່ນ: 

ໃບ ແລະ ຍອດອ່ອນ: ສາມາດນຳໃຊ້ຮັບປະທານເປັນຜັກສົດໄດ້, ໃຊ້ເຂົ້າໃນການປຸ່ງແຕ່ງຣົດຊາດອາຫານ

ແກ່ນ: ນຳມາຕຳຮັບປະທານໄດ້

ໃຊ້ເປັນຢາ:

ໃບ ແລະ ຍອດອ່ອນ: ຊ່ວຍແກ້ອາການໄອ, ແກ້ຫວັດ ແລະ ຊ່ວຍໃນການຍ່ອຍອາຫານ. ນ້ຳມັນຫອມລະເຫີຍຈາກໃບຊ່ວຍແກ້ອາການຂໍເຄັດ, ລົດຮອຍສິວ ແລະ ບຳລຸງຜິວໜ້າ

ເມັດ ຫຼື ນ້ຳມັນສະກັດຈາກເມັດ:  ໃຊ້ກິນເປັນຢາຊູກຳລັງ, ລົດໄຂມັນໃນເລືອດ, ຊ່ວຍໃຫ້ຮ່າງກາຍອົບອຸ່ນ, ແກ້ອາການທ້ອງພູກ, ແກ້ອາການປວດເມື່ອຍຕາມຮ່າງກາຍ, ແກ້ອາການປວດຕາມຂໍກະດູກ, ຕຳປະຄົບແກ້ອາການຂໍພິກ, ປ້ອງກັນພະຍາດມະເຣັງ ແລະ ຊ່ວຍເຮັດໃຫ້ຮ່າງກາຍແກ່ຊ້າລົງ.

ໃຊ້ເປັນສິນຄ້າ: ໃບ ແລະ ຍອດອ່ອນ: ນຳມາສະກັດນ້ຳມັນຫອມລະເຫີຍ ແລະ ຍັງໃຊ້ຕາກແຫ້ງເປັນຊາເພື່ອເປັນສິນຄ້າ. 

ແກ່ນ: ໃຊ້ສະກັດນ້ຳມັນງາເພື່ອເປັນສິນຄ້າ.

Leave a Reply

Your email address will not be published. Required fields are marked *

Back to top button