ເຄີຍລ້ຽງບໍ່!..​ໄກ່ ສາຍພັນໃຫມ່ ລ້ຽງງ່າຍ ແຖມລາຄາສູງ ຫນ້າລ້ຽງແທ້ໆ

ໄກ່ສາຍພັນຕ່າງປະເທດທີ່ຈັດຢູ່ໃນກຸ່ມ ຂອງສັດລ້ຽງເພື່ອຄວາມສວຍງາມອາດຈະມີຫຼາຍສາຍພັນ ແຕ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດກໍ່ຄື:

ໄກ່ສາຍພັນໂປແລນ ແລະ ສາຍພັນ (Silkie) ໂດຍແຫຼ່ງທີ່ມາຂອງໄກ່ທັງສອງສາຍພັນນີ້ມາຈາກຢູໂລບ ແລະ ອາເມລິກາ

ປັດຈຸບັນໄກ່ທີ່ເພາະລ້ຽງໄດ້ຈະແບ່ງເປັນໄກ່ (Silkie) ຂົນໜຸ່ມ, ຂົນປີ້ນຍ້ອນກັບ ແລະ ໄກ່ສາຍພັນໂຊເກິນບໍ່ມີຂົນ ສ່ວນໄກ່ໂປຼແລນແບ່ງເປັນໄກ່ຂົນລຽບ ແລະ ຂົນປີ້ນຍ້ອນກັບຄືກັນ

ການລ້ຽງໄກ່ທັງ 2 ຊະນິດນີ້ບໍ່ໄດ້ແຕກຕ່າງຈາກການລ້ຽງໄກ່ພື້ນເມືອງທົ່ວໄປ ອາຫານຊະນິດດຽວກັນ ແລະ ຖ້າເປັນອາຫານເສີມຈຳພວກໜອນແມງໄມ້ແລະຜັກ,ໝາກໄມ້ເປັນບາງໂອກາດ

ອາຍຸໄກ່ທີ່ສາມາດປະສົມພັນໄດ້ ປະມານ 8 ເດືອນ ຖ້າເປັນໄກ່ໂປແລນ 5-6 ປີ ຖ້າເປັນໄກ່ (Silkie) ອາຍຸສັ້ນກວ່າບໍ່ເກີນ 5 ເດືອນ

ຂໍ້ຄວນລະວັງມີຄື: ພະຍາດທີ່ເກີດກັບໄກ່ເຊັ່ນ: ໄຂ່ຫວັດ,ຝີດ່ານ,ອະຫິວາ,ໂລກເຫຼົ່ານີ້ຈະມາຊ່ວງລະດູຝົນການຮັກສາກໍ່ຄືສັກຢາວັກຊິນປ້ອງກັນ

Leave a Reply

Your email address will not be published. Required fields are marked *

Back to top button