ກະຊວງການເງິນອອກແຈ້ງການປະມູນ ຄຳ ຈຳນວນ 14 ປ່ຽງ

ວັນທີ 16 ສິງຫາ 2022 ຫ້ອງການ, ກະຊວງການເງິນ ກະຊວງການເງິນອອກແຈ້ງການປະມູນ ເຖິງບຸກຄົນ, ນິຕິບຸກຄົນ, ບັນດາຫ້າງຮ້ານ ແລະ ການຈັດຕັ້ງຕ່າງໆເລື່ອງການປະມູນຊັບສິນປະເພດຄຳ ຈຳນວນ 14 ປ່ຽງ, ນ້ຳໝັກ 3.022,1 ກຼາມ.

ຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນຄຳຊາບ: ປັດຈຸບັນ ກະຊວງການເງິນ ມີຈຸດປະສົງຈະສະສາງຊັບສິນປະເພດຄຳ ຈຳນວນ 14 ປ່ຽງ, ນໍ້າໜັກ 3.022,1 ກຼາມ,

ເປີເຊັນຄຳແຕ່ລະປ່ຽງແມ່ນບໍ່ເທົ່າກັນ ຊຶ່ງມີເປີເຊັນຄໍາແຕ່ 62% ຫາ 68%, ສະສາງອອກດ້ວຍການປະມູນຂາຍເປີດກ້ວາງ, ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ປະສານຊື້ຊອງປະມູນໄດ້ທີ່ກົມຄຸ້ມຄອງຊັບສິນແຫ່ງລັດກະຊວງການເງິນ ລາຄາຂາຍຊອງປະມູນ 1.000.000 ກີບ/ຊອງ.

ຜູ້ເຂົ້າຮ່ວມປະມູນຕ້ອງວາງເງິນຄໍ້າປະກັນຊອງປະມູນ 2% ຂອງມູນຄ່າສະເໜີລາຄາ, ເລີ່ມຂາຍຊອງປະມູນແຕ່ວັນທີ 18 ສິງຫາ 2022 ຫາ ວັນທີ 13 ກັນຍາ 2022 (ໃນວັນ ແລະ ເວລາລັດຖະການ) ແລະ

ຈະໄດ້ເປີດຊອງປະມູນສະເໜີລາຄາໂດຍຊ້ອງໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະມູນ ເວລາ 14.00 ໂມງ, ໃນວັນທີ 13 ກັນຍາ 2022, ທີ່ຫ້ອງປະຊຸມກະຊວງການເງິນ ຊັ້ນ 4 (ຕຶກ 4 ຊັ້ນ).ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຊາບ.

Leave a Reply

Your email address will not be published. Required fields are marked *

Back to top button