ຮູ້ຫຼືບໍ່? ຮ້ານປີ້ງຊີ້ນຕາມແຄມທາງໃນບ້ານເຮົານີ້ ເປັນມົນລະພິດທາງອາກາດ ແລະ ສ້າງຜົນກະທົບຕໍ່ຮ່າງກາຍເຮົາ.

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ເຜີຍແຜ່ຜົນງານການຄົ້ນຄວ້າ ກ່ຽວກັບ ຜົນກະທົບຂອງ ມົນລະພິດທາງອາກາດ ຕໍ່ຜູ້ປະກອບການປິ້ງຊີ້ນ ໃນນະຄອນຫຼວງວຽງຈັນ ເພື່ອປະເມີນຄວາມສ່ຽງ ທາງສຸຂະພາບ ຈາກການດັງຖ່ານ ເພື່ອປິ້ງຊີ້ນ ຊຶ່ງກໍ່ໃຫ້ເກີດ ສານທີ່ເປັນພິດ ທາງອາກາດ ແລະ ມີຜົນກະທົບທາງລົບຕໍ່ສຸຂະພາບ.

ຮອງສາດສະດາຈານ ປອ Akao Lyvongsa ໄດ້ລະບຸວ່າ: ການເຜົາໄໝ້ ຊີວະມວນ ກໍ່ໃຫ້ເກີດ ສານທີ່ເປັນພິດທາງອາກາດ ໃນຮູບແບບ ທີ່ເປັນຂອງແຂງ ແລະ ອາຍແກສ ເປັນສານກໍ່ມະເຮັງໃນຮ່າງກາຍຂອງເຮົາ.

ໃນ ສປປ ລາວ ສາເຫດການເສຍຊີວິດ ກ່ອນໄວອັນຄວນ ເນື່ອງຈາກການໄດ້ຮັບມົນລະພິດທາງອາກາດ ແມ່ນຍັງມີອັດຕາສູງ ທຽບໃສ່ກັບຫຼາຍໆປະເທດ. ສະຖິຕິໃນປີ 2019 ໂດຍອ້າງອິງຈາກ Global Disease ຊີ້ໃຫ້ຮູ້ວ່າ ສາເຫດການເສຍຊີວິດກ່ອນໄວອັນຄວນ ທີ່ຕິດພັນກັບ ມົນລະພິດທາງອາກາດຢູ່ລາວ ມີສູງເຖິງ 8.043 ກໍລະນີ.

ສະເພາະການປ່ອຍ ມົນລະພິດຂະໜາດນ້ອຍ ຫຼື PM 2.5 ໃນປີ 2019 ມີເຖິງ 37.1 ແລະ 3.72 ພັນໂຕນ ຢູ່ ສປປ ລາວ ແລະ ຢູ່ນະຄອນຫຼວງວຽງຈັນ, ຕາມລໍາດັບ. ເນື່ອງຈາກ ປະຊາຊົນລາວ ຢູ່ຫຼາຍພື້ນທີ່ ໄດ້ມີການເຄື່ອນຍ້າຍ ເຂົ້າມາຢູ່ອາໄສ ຢູ່ຕາມຕົວເມືອງໃຫຍ່ ຮ້ານປິ້ງຊີ້ນຢູ່ຕາມແຄມທາງ ໄດ້ກາຍເປັນຮ້ານ ທີ່ໄດ້ຮັບຄວາມນິຍົມ ແລະ ສາມາດສ້າງເສດຖະກິດ ໃຫ້ຫຼາຍຄອບຄົວ.

ການສຶກສາ ຍັງພົບວ່າ ເພດຍິງ ປະກອບສ່ວນ ເຂົ້າໃນການປິ້ງຊີ້ນ ໂດຍໃຊ້ຖ່ານ ປະມານ 6-7 ມື້ຕໍ່ອາທິດ (ໂດຍ ກວມເອົາ 90.7% ທຽບໃສ່ເພດຊາຍ ທີ່ກວມເອົາ 81.7%).

ການສຶກສາ ໄດ້ແນະນໍາ ໃຫ້ແມ່ຍິງໄດ້ມີຊົ່ວໂມງພັກຜ່ອນ ຫຼາຍຊົ່ວໂມງ ແລະ ຫຼາຍມື້ຂຶ້ນຕື່ມ ຈາກການເຮັດວຽກແບບເຊິ່ງໜ້າ ກັບເຕົາປິ້ງ ແລະ ຄວນມີການແບ່ງກະ ຢ່າງໜ້ອຍ 2 ຊົ່ວໂມງ ເພື່ອໃຫ້ແມ່ຍິງໄດ້ພັກຜ່ອນ ແລະ ຄວນສວມໃສ່ ອຸປະກອນປ້ອງກັນຄວັນຕື່ມ ໃນເວລາເຮັດວຽກ. ພ້ອມນັ້ນ ຕ້ອງມີການບັງຄັບໃຊ້ກົດໝາຍ ເພື່ອຄວາມປອດໄພທາງສັງຄົມ ຕື່ມອີກ.

ຂໍ້ມູນຈາກ Vientiane Times

Leave a Reply

Your email address will not be published. Required fields are marked *

Back to top button