ຄູ່ມື ການລ້ຽງ ແລະ ປະສົມພັນ ປານິນ ແບບມືອາຊີບ

l, ຄຸນປະໂຫຍດຂອງການລ້ຽງປານິນ

ປານິນເປັນປາທີ່ລ້ຽງງ່າຍ, ແຜ່ຂະຫຍາຍພັນໄວ ແລະ ເພາະພັນໄດ້ເອງໃນທໍາມະຊາດ, ເປັນ ປາທີ່ນິຍົມກັນລ້ຽງ, ຕະຫລາດຕ້ອງການ, ລາຄາດີ, ເປັນປາທີ່ມີຄວາມທົນທານຕໍ່ສະພາບອາກາດ ໃນປະເທດເຮົາໄດ້ດີສະນັ້ນ, ປານິນຈິ່ງລ້ຽງໄດ້ທຸກພາກໃນປະເທດເຮົາ, ເປັນປາທີ່ນິຍົມກັ້ນບໍລິໂພ ກທັງພາຍໃນຄອບຄົວ ແລະ ໃນງານລ້ຽງສັງສັນຕ່າງໆ.

ຊີ້ນປາມີລົດຊາດແຊບ, ກິນງ່າຍ, ລະລາຍ ດີຊີນປາພຸພ່ອຍດີບໍ່ມີໄຂມັນທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ, ຖ້າມີບ່ອນລ້ຽງທີ່ເຫມາະສົມ ແລະ ຮູ້ຈັກວິທີການລ້ຽງທີ່ດີຈະສາມາດຕອບສະ ຫນອງອາຫານໃຫ້ຄອບຄົວໄດ້ຢ່າງພຽງພໍ, ລ້ຽງຫລາຍສາ ມາດຂາຍສ້າງລາຍໄດ້ໃຫ້ແກ່ຄອບຄົວອີກດ້ວຍ.

II. ສະຖານທີ່ເຫມາະສົມ:

– ມີແຫລ່ງນ້ໍາທີ່ສະອາດ, ນ້ໍາມີຄ່າຄວາມເປັນກົດເປັນດັ່ງ 6,5 – 8,5 PH

– ອຸນຫະພູມລະຫວ່າງ 24 -35 ອົງສາເຊ

– ດິນຕ້ອງອຸດົມສົມບູນຄືດິນປູກພືດ

– ມີແຫລ່ງອາຫານພຽງພໍ

– ມີການຄົມມະນາຄົມສະດວກ

– ມີຕະຫລາດຈໍາຫນ່າຍ, ຂາຍໄດ້ລາຄາດີ

– ປານິນສາມາດລ້ຽງໄດ້ໃນກະຊັງ, ຄອກ, ອ່າງ, ຫນອງ

III. ການສ້າງສະຖານທີ່ບ່ອນລ້ຽງປານິນ

3.1. ລ້ຽງໃສ່ຫນອງ:

່ ຫນອງລ້ຽງປານິນທີ່ເຫມາະສົມຄວນມີຂະຫນາດ 20 X 20 ແມັດ ຫລື ມີເນື້ອທີ່ແຕ່ 400 ຕາ ແມັດຂຶ້ນໄປ, ຄວາມເລິກຂອງຫນອງ 1 ແມັດ, ຄວາມເນີນຂອງຄັນຫນອງ 1,5 ຫາ 2 ແມັດ, ປານິນ ເປັນປາກິນພືດໄດ້ດີສະນັ້ນຖ້າເຮັດຫນອງເລິກເກີນໄປ, ແສງແດດບໍ່ສ່ອງເຖິງພື້ນຫນອງພືດນ້ໍາຕ່າງໆ ທີ່ເປັນອາຫານທໍາມະຊາດຂອງປາກໍ່ຈະບໍ່ເກີດຂຶ້ນໄດ້.

ຖ້າເປັນຫນອງໃຫ່ຍຂະຫນາດ 2 ໄລ່ ຫາ 1 ເຮັກຕາ, ພື້ນຫນອງຫາຄັນຫນອງຕ້ອງເປັນລັກສະ ນະກົ້ນຫມໍ້ຂາງ ຫລື ເປັນພັກເພາະປານິນເປັນປາທີ່ຂະຫຍາຍພັນເອົາເອງສະນັ້ນເມື່ອປາປະສົມພັນ ແລະ ລ້ຽງລູກທີ່ແຕກໃຫມ່ຈະຢູ່ບ່ອນນ້ໍາຕື່ນ ຫລື ເປັນບ່ອນໃຫ້ປາຂຶ້ນມາພັກແລະຫາກິນ.

3.2. ການລ້ຽງໃສ່ກະຊັງຫລືຄອກ

– ລ້ຽງໃນກະຊັງ ແລະ ຄອກເຫມາະສົມສໍາລັບຜູ້ທີ່ຢູ່ໃກ້ຫນອງໃຫ່ຍ, ນ້ໍາໃຫ່ຍສາມາດກາງກະຊັງ ຫລື ຄອກທີ່ເຮັດດ້ວຍຕາຫນ່າງຢາງຕີຂອບໃຫ້ແຫນ້ນຫນາຈຸ່ມຄອກລົງເລິກ 1 ແມັດ, ບໍ່ໃຫ້ນ້ໍາຖ້ວມ ຄອກແຕ່, ຖ້າຈະລ້ຽງໃສ່ກະຊັງກໍ່ກາງກະຊັງໃສ່ບ່ອນລ້ຽງທີ່ເຫັນວ່າເຫມາະສົມ, ບໍ່ຄວນໃຫ້ພື້ນກະ ຊັງຈົມພື້ນ ແລະ ຕ້ອງມີການປ້ອງກັນສັດທີ່ຈະເຈາະກະຊັງລ້ຽງປາເຊັ່ນ: ນາກນ້ໍາ, ງູ ..

ການລ້ຽງປານິນຫມັນໃສ່ກະຊັງໃນແມ່ນ້ໍາໃຫ່ຍແບບເປັນທຸລະກິດ

ຂະຫນາດຂອງກະຊັງແຕ່ລະອັນເຫມາະສົມແມ່ນ 2×4 ແມັດ ຫລື 4×4 ແມັດ, ຄວາມເລິກແຕ່ 1-1,5 ແມັດ.

– ເມື່ອເອົາປາອອກຫມົດແລ້ວແຕ່ລະຄັ້ງຕ້ອງເອົາກະຊັງຂຶ້ນຕາກແດດປະໄວ້ 5-7 ວັນເພື່ອ ເປັນການຂ້າເຊື້ອ ແລະ ຄາບອາຫານ, ຂີ້ປາທີ່ຕິດກະຊັງອອກ.

IV. ເຕັກນິກການປະສົມພັນ

1. ພໍ່ແມ່ພັນ: ຕ້ອງມີອາຍຸ 4-6 ເດືອນ, ມີນ້ໍາຫນັກຢ່າງຫນ້ອຍ 150 – 200 ກຼາມມີຄວາມຍາວ 15 – 20 ຊັງຕີແມັດ.

2. ການປະສົມພັນ: ປານັ້ນສາມາດປະສົມພັນໄດ້ທຸກລະດູການແຕ່ເຫມາະສົມ ແລະ ອະນຸບານລູກປານິນໄດ້ດີແມ່ນ ແຕ່ດືອນ 3 ຫາເດືອນ 8 , ການປະສົມພັນສາມາດປະສົມພັນໃສ່ສະຖານທີ່ຕ່າງໆ ດັ່ງນີ້:

– ປະສົມໃສ່ຫນອງ: ຫນອງຂະຫນາດ 50-1600 ຕາແມັດ, ມີຄວາມເລິກ 1 ແມັດ, ປອ່ຍປາພໍ່ ແມ່ພັນປະສົມພັນໃນອັດຕາ 1 ຕົວ ຕໍ່ 4 ຕາແມັດ, ຕາມມາດຕາສວ່ນປາຜູ້ 2 ໂຕຕໍ່ປາແມ່ 3 ໂຕ.

– ປະສົມໃສ່ກະຊັງ: ກະຊັງຂະຫນາດ 5 x 8 ແມັດ ສູງ 2 ແມັດ, ກາງກະຊັງໃຫ້ພື້ນຫ່າງຈາກ ພົ້ນ 1 ແມັດ, ປ່ອຍປາປະສົມພັນ 6 ໂຕຕໍ່ຕາແມັດ. ຕາມອັດຕາສ່ວນ ຜູ້ 2 ໂຕຕໍ່ແມ່ 3 ໂຕ ຫລື ຜູ້ 1 ໂຕຕໍ່ ແມ່ 3 -5 ໂຕ

– ປະສົມໃນອ່າງ: ວ່າງຂະຫນາດ 4 x 4 ແມັດ ຂຶ້ນໄປນ້ໍາເລິກ 1 ແມັດ ແລະ ຕ້ອງມີເຄຶ່ງປໍ້າລົມຕະຫລອດເວລາ

– ຖ້າອຸນຫະພູມ 27 ອົງສາເຊຂຶ້ນໄປ ແມ່ປານິນຈະອົມໄຂ່ນານເຖິງ 8 ວັນ. ຈິ່ງແຕກເປັນ ໂຕໃນໄລຍະ 3 ອາທິດລົງມາລູກປານິນຈະລອຍຢູ່ກັບແມ່ ແລະ ເຂົ້າລີ້ໃນປາກແມ່ເມື່ອມີ ສັດຕູ, ອາຍຸ 3 ອາທິດຂຶ້ນໄປລູກປານິນຈະອອກຈາກແມ່ໄປຕາມລໍາພັງ ແລະ ເມື່ອເຖິງ 3 – 4 ອາທິດເຮົາກໍ່ສາມາດເອົາລູກປານິນໄປລ້ຽງໃສ່ບ່ອນຕ່າງໆໄດ້. ໃຫ້ອາຫານວັນລະ 2-3 ຄັ້ງ ໂດຍແມ່ນອາຫານທີ່ມີໂປຼຕີນສູງປະມານ 3-4% ຕໍ່ນ້ໍາຫນັກປາຕໍ່ວັນ. ດີແທ້ໄລຍະເບື້ອງຕົ້ນ ຄວນອະນຸບານໃສ່ໃນກະຊັງຝຶກແອບໃຫ້ປາກິນອາຫານຕາມທີ່ເຮົາຕ້ອງການ ແລະ ໃຫ້ປາໃຫ່ຍພໍກຸ້ມຕົວຈິ່ງປ່ອຍອອກໃນຫນອງ.

V. ເຕັກນິກການລ້ຽງ.

1.ການກຽມຫນອງ

1.1. ຫນອງຂຸດໃຫມ່:

– ເຮັດຮົ້ວອ້ອມຫນອງໃຫ້ດີ, ຕັດຕົ້ນໄມ້ທີ່ເປັນພິດຕໍ່ປາຢູ່ໃກ້ແຄມຫນອງອອກໃຫ້ຫມົດເຊັ່ນ: ຕົ້ນວິກ, ຕົ້ນໄມ້ນ້ໍາມັນຕ່າງໆ.

– ຫວ່ານປູນຂາວຂ້າເຊື້ອໃນອັດຕາ 10 ຕາແມັດ ຕໍ່ 1 ກິໂລກຼາມ. ຫວ່ານໃຫ້ທົ່ວປະໄວ້ 5-7 ວັນ, ຫວ່ານຝຸ່ນຄອກທັບໃສ່ປູນຂາວໃນອັດຕາສ່ວນ 400 ກິໂລຕໍ່າໄລ່ ຫລື ເທົ່າກັບ 2,5 ກິໂລກຼາມຕໍ່ 10 ຕາແມັດ.

– ສ້າງຄອກອາຫານທໍາມະຊາດໃສ່ໃນຫນອງ ຫລື ແຈຫນອງຂະຫນາດ 2 x 2ແມັດ, ສູງ 2 ແມັດ ເອົາ ເຟືອງ ຫລື ໃບໄມ້ແຫ້ງ ແລະ ຝຸ່ນຄອກໃສ່ລົງໄປໃຫ້ຈົນເຕັມ.

– ເອົານ້ໍາໃສ່ຫນອງໃຫ້ໄດ້ 30-50 ຊັງຕີແມັດ, ປະໄວ້ 5-7 ວັນ. ຫລັງຈາກນັ້ນຈິ່ງຂ້າສັດຕູຂອງລູກ ປາທີ່ເກີດໃນຫນອງດ້ວຍຢາດິຟເຕີແລກສ (Dipterex) ໃນອັດຕາສ່ວນ 0,25 ກຼາມຕໍ່ນ້ໍາ 1 ແມັດ ກ້ອນ, ຕອນທ່ຽງມື້ຕໍ່ມາຈິ່ງເອົານ້ໍາມັນກາຊວນ ຫລື ນ້ໍາມັນພືດລົງໃສ່ໃນຫນອງ 3-5 ລິດຕໍ່ເນື້ອທີ່ ຫນອງ 1 ໄລ່ ແລະ ຕອນແລງຈິ່ງເອົາຮໍາອ່ອນໂຮຍໃສ່ຫນ້ານ້ໍາໃຫ້ນ້ໍາມັນຈັບຕົວກັບຮ້າຈິ່ງກວາດ ຫລື ຕັກອອກແລ້ວເຕີມນ້ໍາໃສ່ຕາມຕ້ອງການມື້ຕໍ່ມາຈິ່ງເອົາລູກປາລົງລ້ຽງ, ຖ້າບໍ່ມີຢາດິຟເຕີແລກສ (Dipterex) ເພື່ອຂ້າສັດຕູປານ້ອຍກໍ່ອະນຸບານລູກປາໄວ້ໃນກະຊັງໃຫ້ໃຫ່ຍສາກ່ອນຈິ່ງປ່ອຍອອກ ໃນຫນອງ.

1.2. ຫນອງເກົ່າ ທີ່ເຄີຍລ້ຽງປາມາແລ້ວ.

– ເບິ່ງນ້າອອກ ຫລື ດູດນ້ໍາອອກຈົນແຫ້ງ, ອະນາໄມພື້ນ ແລະ ແຄມຫນອງໃຫ້ສະອາດປະໄວ້ 1 ອາທິດ, ຫລັງຈາກນັ້ນຈຶ່ງດໍາເນີນຕາມທຸກຂັ້ນຕອນຄືຫນອງຂຸດໃຫມ່.

2. ການປ່ອຍປາລົງລ້ຽງ.

ຫລັງຈາກກຽມຫນອງແລ້ວເອົາປານິນທີ່ມີອາຍຸ 45-60 ວັນ ແລະ ມີຂະຫນາດ 2-3 ຊັງຕີແມັດ, ລົງລ້ຽງໃນອັດຕາ 2-3 ໂຕຕໍ່ຕາແມັດ ຫລື ປະມານ 5,000 ໂຕຕໍ່ໄລ່ໄລຍະການລ້ຽງ ຕ້ອງໃສ່ຝຸ່ນຄອກ 200 ກິໂລ ຕໍ່ ເດືອນຕໍ່ໄລ່ ແລະ ໃສ່ຈຸລິຊີ (EM) ຫລື ນ້ໍາສະກັດຊີວະພາບໃນ ຫນອງລ້ຽງປາ .

– ຫນອງລ້ຽງປານິນນິຍົມຫນອງທີ່ມີຂະຫນາດ 400 ຕາແມັດ ຫາ 1 ເຮັກຕາ, ລະດັບນ້ໍາ 1 ແມັດ, ຖ້າ ເລິກໄປກວ່ານີ້ຄວາມດັນຂອງນ້ໍາຈະສູງການລ້ຽງປາບໍ່ໄດ້ດີ

– ມີລະບົບນ້ໍາເຂົ້າອອກເພື່ອສະດວກຕໍ່ການເກັບກູ້, ການອະນາໄມ ແລະ ກຽມຫນອງ

– ຄວນຕັດຕົ້ນໄມ້ໃຫ່ຍອ້ອມຫນອງອອກເພື່ອບໍ່ໃຫ້ເປັນຮົ່ມບັງເພາະຫນອງຈະບໍ່ໄດ້ຮັບແສງແດດ ພຽງພໍ

– ອັດຕາການປ່ອຍລ້ຽງ 3 – 5 ໂຕ ຕໍ່ຕາແມັດ.

• ການລ້ຽງໄລຍະຕົ້ນ

– ຮັກສາລະດັບນ້ໍາ 40 – 50 ຊັງຕີແມັດ, ແລ້ວເພີ່ມລະດັບນ້ໍາຂຶ້ນອາທິດລະ 10 ຊັງຕີແມັດ

– ເອົາລູກປາທີ່ມີອາຍຸ 45 – 50 ວັນ. ປ່ອຍລ້ຽງ

– ເດືອນທີ 2 ໃຫ້ອາຫານ 2 ຄັ້ງຕໍ່ວັນ, ອາຫານຫມູ ຫລື ອາຫານໄກ່ນ້ອຍ 2 ສ່ວນ+ຮ່າອ່ອນ 1 ສ່ວນ.

– ຕິດຕາມສະພາບນ້ໍາໃຫ້ສະອາດ ( ບໍ່ໃຫ້ເກີດນໍ້າເນົ່າເຫມັ້ນ ), ໃຊ້ນໍ້ຈຸລິນຊີ (EM) ຫລື ນ້ໍາສະກັດຊີວະ ພາບຫົດຫນອງປາ 7-10 ວັ້ນ. ຕໍ່ຄັ້ງຕາມມາດຕາສ່ວນ EM 1 ລິດ, ປະສົມນ້ໍາ 10 ລິດຫົດຫນອງລ້ຽງປາໃຫ້ ທົ່ວ ຫລື EM 1 ລິດ+ນ້ໍາ 10 ລິດ ຕໍ່ນ້ໍາໃນຫນອງ 10 ແມັດກ້ອນ.

• ໃນໄລຍະເດືອນທີ 2 – 3: ຄວນໃສ່ຝຸ່ນຄອກເພື່ອເພີ່ມອາຫານທໍາມະຊາດ, ປັບປຸງສະພາບນ້ໍາໃນ ບ່ອນລ້ຽງໃນອັດຕາສວ່ນ 150-200 ກິໂລກຼາມຕໍ່ 1 ໄລ່, ເມື່ອລ້ຽງຄົບ 5 ເດືອນປາຈະມີນ້ໍາຫນັກ 300 ກຼາ ມຕໍ່ໂຕແລ້ວເດືອນທີ 6 ຈິ່ງໃຫ້ອາຫານເມັດທີ່ມີໂປຼຕີນ 25% ເພື່ອເລັ່ງການເຕີບໂຕຂອງປາ.

VI, ອາຫານແລະການໃຫ້ອາຫານ.

ອາຫານທີ່ດີຂອງປານິນຄື: ອາຫານທໍາມະຊາດເປັນຕົ້ນພືດທີ່ເກີດໃນຫນອງ, ໄຮນ້ໍາຫນອນນ້ໍາທີ່ເກີດ ເມື່ອເຮົາໃສ່ຝຸ່ນຄອກລົງໄປ, ອາຫານສົມທົບມີ: ຮໍາອ່ອນ, ປາປົ່ນ, ເຂົ້າປຽນ, ພືດຜັກຕ່າງໆ, ກາກຖົ່ວ, ກາກຫມາກພ້າວແຕ່ເມື່ອລ້ຽງຮອດເດືອນທີ 4-5 ຄວນໃຫ້ອາຫານຊະນິດເມັດຢ່າງຫນ້ອຍ 1 ເດືອນປະມານ 3% ຂອງນ້ໍາຫນັກປາຕໍ່ວັນ, ໃຫ້ອາຫານວັນລະ 2 ຄັ້ງ. ໃຊ້ເວລາການລ້ຽງ 6-7 ເດືອນ. ປາຈະມີນ້ໍາຫນັກ 23 ໂຕຕໍ່ກິໂລ, ສະນັ້ນຫມາຍວ່າໃນຫນອງ 1 ໄລ່ປ່ອຍປາ 5,000 ໂຕຈະ ໄດ້ປາ 1,3 – 2 ໂຕນຕໍ່ຊຸດຫນຶ່ງ.

• ການລ້ຽງປານິນຫມັນໃນກະຊັງ

– ສະຖານທີ່ບ່ອນລ້ຽງເປັນນ້ໍາໄຫລ ຫລື ຫນອງກ້ວາງ, ມີອົກຊີພຽງພໍ

– ກະຊັງຂະຫນາດຍາວ 6 ແມັດ, ກ້ວາງ 4 ແມັດ, ສູງ 2 ແມັດ.

– ປ່ອຍປາລົງລ້ຽງໃນອັດຕາ 83 – 84 ໂຕຕໍ່ 1 ຕາແມັດ (ປະມານ 2.000 ໂຕຕໍ່ກະຊັງ )

– ໃຊ້ເວລາລ້ຽງ 5 ເດືອນ

– ອາຫານສໍາລັດຮູບເມັດລອຍນ້ໍາ (ອາຫານປາດູກ)

Leave a Reply

Your email address will not be published. Required fields are marked *

Back to top button