ເຈົ້າໜ້າທີ່ເລັ່ງນຳຫາໂຊເຟີຂັບລົດດ້ວຍຄວາມປະໝາດຢູ່ເສັ້ນທາງ 450 ປີ

ວັນທີ 24 ເມສາ 2022 ຜ່ານມານີ້ ໄດ້ມີລົດບັນທຸກແກັສຄັນໜຶ່ງ ທີ່ມີລັກສະນະຂັບຂີ່ດ້ວຍຄວາມປະໝາດ ອາດສົ່ງຜົນໃຫ້ເກີດອຸບັດເຫດ ສ້າງຄວາມເສຍຫາຍຕໍ່ຕົນເອງ ແລະ ຜູ້ອື່ນ ເຊິ່ງສັງຄົມຕ່າງກໍສະແດງຄວາມເປັນຫ່ວງ.

ຕໍ່ເຫດການດັ່ງກ່າວນີ້, ທ່ານພັນໂທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຈະລາຈອນນະຄອນຫລວງ ໃຫ້ສຳພາດຕໍ່ໜັງສືພິມລາວພັດທະນາ ວັນທີ 27 ເມສາ 2022 ນີ້ວ່າ:

ພາຍຫລັງໄດ້ຮັບແຈ້ງກ່ຽວກັບເຫດການລົດບັນທຸກຄັນໜຶ່ງທີ່ຂັບຂີ່ໂດຍປະໝາດ ມີລັກສະນະຂັບເຈີດຊ້າຍເຈີດຂວາ ຢູ່ເສັ້ນທາງ 450 ປີ ເຂດແຍກນາໂນ ຫາ ແຍກນາຄວາຍ ເຊິ່ງເປັນເຫດການທີ່ສ້າງຄວາມຫວາດກົວຕໍ່ຜູ້ສັນຈອນໃນເສັ້ນທາງດຽວກັນ ທາງດ້ານເຈົ້າໜ້າທີ່ບໍ່ໄດ້ນິ້ງນອນໃຈ

ໂດຍໄດ້ເລັ່ງຕິດຕາມປະສານຫາພາກສ່ວນກ່ຽວຂ້ອງ ໃນເບື້ອງຕົ້ນທີ່ສືບຮູ້ຄື ລົດຄັນດັ່ງກ່າວ ເປັນລົດບັນທຸກແກັສຂອງບໍລິສັດແກັສທີ່ນຳເຂົ້າຈາກປະເທດໄທ ໂດຍມີຄູ່ຮ່ວມທຸລະກິດຢູ່ ສປປ ລາວ ແຕ່ຍັງບໍ່ຮູ້ບໍລິສັດຢ່າງລະອຽດຊັດເຈນວ່າເປັນບໍລິສັດໃດ. ປັດຈຸບັນ ທາງເຈົ້າໜ້າທີ່ພວກເຮົາກຳລັງສືບຕໍ່ຕິດຕາມ ແລະ ປະສານຫາທຸກພາກສ່ວນທີ່ກ່ຽວຂ້ອງເພື່ອນຳຕົວຜູ້ກ່ຽວເຂົ້າມາສຶກສາອົບຮົມ.

ການສະແດງພຶດຕິກຳອັນບໍ່ເໝາະສົມ ໂດຍສະເພາະການຂັບຂີ່ລົດໂດຍປະໝາດ ເຊິ່ງເປັນສາເຫດສ່ຽງຕໍ່ການເກີດອຸບັດເຫດ ມີຄວາມຜິດຕໍ່ກົດໝາຍວ່າດ້ວຍຈະລາຈອນທາງບົກ ເຊິ່ງຈະໄດ້ປະຕິບັດຕາມມາດຕະການປັບໃໝຕາມດຳລັດ 568/ລບ. ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ບໍລິສັດຂົນສົ່ງຕ່າງໆ ຈົ່ງສຶກສາອົບຮົມໂຊເຟີລົດທີ່ຢູ່ພາຍໃຕ້ການຄວບຄຸມຂອງຕົນເອງໃຫ້ດີ, ມີມາດຕະການເຂັ້ມງວດເພື່ອບໍ່ໃຫ້ມີເຫດການເກີດຂຶ້ນ

ສ່ວນຜູ້ທີ່ໄດ້ມີພຶດຕິກຳລະເມີດໄປແລ້ວເຈົ້າໜ້າທີ່ພວມເລັ່ງ ຕິດຕາມ ແລະ ປະສານຫາພາກສ່ວນກ່ຽວຂ້ອງຕ່າງໆເພື່ອມາສຶກສາອົບຮົມ ແລະ ປະຕິບັດມາດຕະການຕາມລະບຍບກົດໝາຍເພື່ອບໍ່ໃຫ້ເປັນແບບຢ່າງບໍ່ດີແກ່ສັງຄົມ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button