ປະກາດ​ຫາເຈົ້າຂອງລົດ!.. ໃຜລົດຈັກເສຍຫາຍ ໄປພົວພັນນຳ ປກສ ເດີ້ ອາດແມ່ນລົດທ່ານ

ລົດຈັກເສຍຫາຍ ໄປພົວພັນເອົາຄືນນຳ ປກສ ເມືອງປາກແບງໄດ້ເດີ້.

ແຈ້ງການ ເຖິງ: ພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ໃນຂອບເຂດທົ່ວເມືອງ ປາກແບງ ແລະ ຕ່າງເມືອງຕ່າງແຂວງຊາບ.

+ ເລື່ອງ: ແຈ້ງການເຖີງພາກສ່ວນທີ່ມີລົດຈັກເສຍໃຫ້ເອົາເອກະສານລົດມາແຈ້ງຢູ່ ກອງບັນຊາການ ປກສ ເມືອງປາກແບງ.

– ອີງຕາມ: ການເຫັນດີເປັນເອກະພາບຂອງຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ ປາກແບງ ແລະ ກອງບັນຊາການ ປກສ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ໃນຄັ້ງວັນທີ 26 ເມສາ 2022.

– ອີງໃສ: ການເກັບກູ້ລົດຈັກຈາກພາກສ່ວນກຸ່ມຄົນທີ່ບໍ່ດີໄດ້ເຄື່ອນໄຫວ ຊື້-ຂາຍບໍ່ຖືກຕ້ອງ ບໍ່ມີເອກະສານ, ທາງກອງບັນຊາການ ປກສ ເມືອງປາກແບງ ແລະ ກອງບັນຊາການ ປກສ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເກັບກູ້ລົດຈັກຕົວຈິ່ງຈາກພາກສວນ ຊື້-ຂາຍລົດບໍ່ຖືກຕ້ອງ.

ດັ່ງນັ້ນບັນຊາການ ປກສ ເມືອງປາກແບງ ຈຶ່ງຖືເປັນກຽດແຈ້ງການມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ໃນຂອບເຂດທົ່ວເມືອງປາກແບງ ແລະ ຕ່າງເມືອງຕ່າງແຂວງຊາບ.

ຖ້າບຸກຄົນ ໃດມີລົດຈັກເສຍຫາຍແມ່ນໃຫ້ນໍາເອົາເອກະສານ ແລະ ທະບຽນລົດຈັກມາສົມທຽບ ຢູ່ກອງບັນຊາການ ປກສ ເມືອງ ປາກແບງ ຕາມໂມງລັດຖະການ

ເຊິ່ງກໍານົດໄລຍະເວລາ 03 ເດືອນ ເລີ່ມແຕ່ວັນທີ 26 ເມສາ ປີ 2022 ຫາ ວັນທີ 26 ກໍລະກົດ ປີ 2022 ຖ້າກາຍກໍານົດຕາມແຈ້ງການແມ່ນຈະສະຫຼະສິດສວນລົດແມ່ຈະຖືກອາຍັດເປັນຂອງລັດ.

ດັ່ງນັ້ນກອງບັນຊາການ ປກສ ເມືອງ ປາກແບງ ຈຶ່ງອອກແຈ້ງການສະບັບນີ້ມາຍັງພໍ່ແມ່ປະຊາຊົນ ເພື່ອຮັບຊາບ.

..

..

Leave a Reply

Your email address will not be published. Required fields are marked *

Back to top button