ອຸຕຸເຕືອນ! ອາກາດຮ້ອນຫາຮ້ອນເອົ້າ ແລະ ຝົນຕົກໜັກ

ຄໍາເຕືອນເຝົ້າລະວັງ: ສະພາບ ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຝົນຕົກຫນັກຟ້າຮ້ອງ -ຟ້າເຫຼື້ອມ : ໃນໄລຍະວັນທີ່ 25 ເມສາ ຫາ 01 ພຶດສະພາ 2022 ຄວາມກົດດັນອາກາດຕໍ່ຂອງອາກາດຮ້ອນຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ ທຸກພາກຂອງປະເທດລາວ,

ພ້ອມດຽວກັນສອງກະແສລົມຕາເວັນຕົກ ແລະ ລົ້ມຕາເວັນອອກສ່ຽງໃຕ້ພັດປົກຄຸມ ເປັນສ່ວນໃຫ່ຍ, ຊື່ງຈະເຮັດໃຫ້ອາກາດຮ້ອນຂື້ນພ້ອມມີຫມອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າ ຮ້ອງ-ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ,

ດັ່ງນັ້ນ, ຈິງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະ ພາບອາກາດຮ້ອນອົບເອົ້າທີ່ອາດຈະເກີດອັກຄີໄພ.

ໃນວັນທີ່ 29 ເມສາ ຫາ 01 ພຶດສະພາ ຈະມີຝົນຕົກຫນັກ, ຟ້າ ຮ້ອງ – ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖິ່ນ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົ້າໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

,,

,,

Leave a Reply

Your email address will not be published. Required fields are marked *

Back to top button