ຢ່າຫາເຮັດເດີ້! ຜົວເຊື່ອງເງິນໄວ້ ສຸດທ້າຍເສຍໄປຫຼາຍລ້ານ ທ່ານຄິດວ່າ ຍ້ອນໜູ ຫລື ຍ້ອນຜົວ

ເປັນອີກເລື່ອງລາວທີ່ເກີດຂຶ້ນຢູ່ປະເທດໄທ ແຕ່ແອັດຢາກເອົາມາເຕືອນໄພພໍ່ບ້ານໃຈກ້າທັງຫຼາຍ ໂດຍສະເພາະຄົນທີ່ມັກເຊື່ອງເງິນເມຍ ເຊື່ອງດີຫຼາຍລະວັງເປັນຄືກໍລະນີນີ້ ດມຍບໍ່ເຫັນ ແຕ່ໜູເຫັນ.

ໂດຍໃນວັນທີ 7 ຕຸລາ ທີ່ຜ່ານມາ ໂລກອອນລາຍແຫ່ແຊຄິບວີດີໂອຈາກຜູ້ໃຊ້ TikTok  ລາຍໜຶ່ງຊື່ວ່າ ໄໝສາຍລຸຍຜົວເຈ້ຈຽບ ເຊິ່ງໄດ້ໂພສຄີບຫຼັງຈາກເຊື່ອງເງິນຈາກສາຍຕາຂອງເມຍຈໍານວນ 45.000 ບາດ ໄວ້ໃນລົດ ແຕ່ຖືກໜູກັດໄປ 35.000 ບາດ ເຫຼືອເອົາໄວ້ໃຫ້ພຽງ 10.000

ໂດຍຜູ້ໃຊ້ຕິກຕັອກລາຍດັ່ງກ່າວ ລະບຸວ່າ: ຝາກໄວ້ເດີ້ສໍາລັບພວກທີ່ຈະເກັບເງິນເຊື່ອງເມຍໄວ້ໃຫ້ຄົນອື່ນ ເງິນ 45.000ບາດ ນ້ອງໜູໃຊ້ໄປ 35.000 ບາດເຫຼືອເອົາໄວ້ໄວ້ໃຫ້ເບິ່ງຕາງໜ້າ 10.000 ດຽວ.

ກ່ອນທີ່ຈະຖືກງານເຂົ້າເມຍມາໂວຍໄປຫຼາຍກວ່ານີຶ ຜູ້ໃຊ້ຕິກຕັອກລາຍດັ່ງກ່າວ ໄດ້ອອກມາສະເຫຼີຍວ່າ ແທ້ຈິງແລ້ວ ອີໜູໃນຄິບບໍ່ໄດ້ໝາຍເຖິງກິກ ຫຼື ເມຍນ້ອຍ ແຕ່ໝາຍເຖີງໜູທີ່ເປັນສັດແທ້ໆ ທີ່ມາກັດເງິນທີ່ເກັບໄວ້ໃນລົດ ເຊິ່ງເງິນດັ່ງກ່າວບໍ່ແມ່ນເງິນທີ່ເຊື່ອງເມຍ ແຕ່ເປັນເງິນທີ່ເກັບໄວ້ໃຊ້ຈ່າຍວຽກງານຈໍາເປັນ ແຕ່ພັດມາຖືກໜູກັດຈົນເສຍຫາຍ ດັ່ງນັ້ນເມຍຈຶ່ງນໍາຄລິບມາໂພສສ້າງສຽງຫົວໃຫ້ກັບຊາວເນັດ.

ທັ້ງນີ້, ມີຊາວເນັດບາງສ່ວນແນະນໍາໃຫ້ໄປແລກຄືນຢູ່ທະນາຄານ ໂດຍເຈົ້າຂອງຄລິບກໍ່ໄດ້ນໍາເງິນທີ່ຖືກໜູກັດນັ້ນໄປແລ້ວ ພ້ອມໄດ້ຄືນມາທັງໝົດເຕັມຈໍານວນ.

Leave a Reply

Your email address will not be published. Required fields are marked *

Back to top button